ເຮືອບິນນັກທ່ອງທ່ຽວຕົກ ທີ່ປະເທດຝຣັ່ງ

ເຮືອບິນນັກທ່ຶງທ່ຽວປະສົບອຸບັດຕິເຫດຕົກເທິງພູໃນປະເທດຝຣັ່ງ ເຮັດໃຫ້ເສຍຊີວິດທັງໝົດ 5 ຄົນລວມມີນັກບິນ ແລະ ສະມາຊິກຄອບຄົວ.

ໃນວັນທີ 22 ພຶດສະພາທີ່ຜ່ານມາ ເດລີ່ເມວ ລາຍງານການເກີດອຸບັດຕິເຫດເຮືອບິນຕົກເທິງພູເຂົາຂອງຕອນແລງວັນເສົາທີ 21 ພຶດສະພາ ຕາມເວລາທ້ອງຖິ່ນ ເປັນເຫດທີ່ເຮັດໃຫ້ນັກທ່ອງທ່ຽວ 4 ຄົນ ແລະ ນັກບິນ 1 ຄົນ ເສຍຊີວິດຫຼັງຈາກເຮືອບິນນ້ອຍທີ່ຫາກໍບິນຂຶ້ນຈາກສະໜາມບິນໃກ້ເມືອງເກີນັອບ.

ສຳລັບຈຸດທີ່ເຮືອບິນຕົກນັ້ນ ແມ່ນຕົກຢູ່ໃກ້ໝູ່ບ້ານນ້ອຍໆແຫ່ງໜຶ່ງທີ່ຢູ່ເທິງພູ ສູງຈາກລະດັບນ້ຳ 850 ແມັດ ແລະ ຕອນນີ້ຍັງບໍ່ຮູ້ສາເຫດທີ່ເຮັດໃຫ້ເຮືອບິນຕົກ.

ແຫລ່ງຂ່າວ https://www.dailymail.co.uk/news/article-10840653/Horror-south-east-France-tourist-plane-crashes-mountains-killing-five-onboard.html ….ທີ່ມາ: www.laopost.com

Leave a Reply

Your email address will not be published. Required fields are marked *

Back to top button