ອຸຕຸແຈ້ງເຕືອນ ຈຈະມີ​ຝົນຕົກ, ​ຟ້າ​ຮ້ອງ​ ໄປຫລາຍມື້

ຄໍາເຕືອນເຝົ້າລະວັງ: ສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ:

ໃນວັນທີ 23​ ຫາ 29 ພຶດສະພາ 2022 ລົ້ມມໍລະສູມຕາເວັນຕົກສ່ຽງໃຕ້ ຍັງສືບຕໍ່ ພັດປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ຊື່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແລ້ງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບ ຝົນຕົກຫນັກ ຟ້າຮ້ອງ – ຟ້າເຫຼື້ອມ, ຟ້າຜ່າ ແລະ ດິນເຈື່ອນ

ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນ ໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ສໍາລັບຜູ້ທີ່ອາໄສຢູ່ແຂວງພາກເຫນືອ ແລະ ພາກກາງ ຈຶ່ງມີ ສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ ແລະ ນ້ໍາຖ້ວມ,

ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ,

..

..​

..

..

Leave a Reply

Your email address will not be published. Required fields are marked *

Back to top button