ສະໜາມກິລາ ຊຽງຂວາງເກມພ້ອມຈັດການແຂ່ງຂັນກິລາແຫ່ງຊາດ 

ກໍານົດເອົາ 13-22 ທັນວາ ເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ! ລັດຖະບານລາວໄດ້ກໍານົດເອົາວັນທີ 13-22 ທັນວາ2022 ເປັນມື້ເປີດ-ປິດງານກິລາແຫ່ງຊາດຄັ້ງທີ 11 ຫຼືຊຽງຂວາງເກມ ແລະ ມາຮອດປະຈຸບັນ, ຊຽງຂວາງໄດ້ມີຄວາມພ້ອມແລ້ວ 70% ໃນການເປັນເຈົ້າພາບຈັດງານ. 

ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 16 ພຶດສະພາ 2022 ນີ້ ວ່າ:  ປະຈຸບັນຊຽງຂວາງ ໄດ້ມີຄວາມພ້ອມໃນການເປັນເຈົ້າພາບຈັດງານກິລາແຫ່ງຊາດ ພາຍໃຕ້ຄໍາຂວັນ:

,,

“ເປັນເຈົ້າພາບຮ່ວມກັນທີ່ດີ ” ໂດຍໄດ້ກໍານົດເອົາວັນທີ 13 ທັນວາ ເຊິ່ງເປັນວັນເກີດຂອງທ່ານ ປະທານໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເປັນມື້ເປີດງານກິລາແຫ່ງຊາດ ຄັ້ງທີ 11​ ແລະ ເອົາວັນທີ 22 ທັນວາ 2022 ເປັນມື້ປິດງານ. 

ທ່ານໃຫ້ຮູ້ອີກວ່າ: ປະຈຸບັນ, ພວມກະກຽມບຸກຄະລາກອນຄືນໃໝ່ ພາຍຫຼັງທີ່ໄດ້ມີການຍົກເລີກມາຫຼາຍຄັ້ງ ໂດຍໄດ້ປັບປຸງບຸກຄະລາກອນຜູ້ທີ່ຈະຮັບຜິດຊອບໃນ 10 ອະນຸກໍາມະການໃຫຍ່, ສ່ວນທາງດ້ານພື້ນຖານໂຄງລ່າງແມ່ນໄດ້ມອບໃຫ້ກອງເລຂາພະແນກສຶກສາທິການ ແລະກິລາແຂວງ ຊຽງຂວາງ 

ເພື່ອກວດກາຄືນໃໝ່ສະໜາມແຂ່ງຂັນກິລາ, ບານເຕະ, ປິ່ງປ່ອງ ແລະອື່ນໆ ພ້ອມທັງຂຶ້ນແຜນສ້ອມແປງຈຸດທີ່ຍັງຄົງຄ້າງໃຫ້ຮັບປະກັນໃນການຈັດງານມະຫາກໍາກິລາຄັ້ງນີ້. 

ໃນດ້ານການກຽມຄວາມພ້ອມການແຂ່ງຂັນກິລາປະເພດຕ່າງໆແມ່ນຈະເລີ່ມແຕ່ວັນທີ 9 ພະຈິກເປັນຕົ້ນໄປ ແລະ ບາງປະເພດກິລາແມ່ນຈະຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ. 

Leave a Reply

Your email address will not be published. Required fields are marked *

Back to top button