ສົງສານແທ້ແດ່!..ຍ່າງຊອກວຽກເຮັດຫຼາຍມື້ ບໍ່ມີບ່ອນໃດຮັບ ຍ້ອນພິການຂາ ຢາກກັບບ້ານບໍ່ມີເງິນຄ່າລົດ

ອີຕົນເດ່..!!ຍ່າງຊອກວຽກເຮັດຫຼາຍມື້ ບໍ່ມີບ່ອນໃດຮັບ ຍ້ອນພິການຂາ ຢາກກັບບ້ານບໍ່ມີເງິນຄ່າລົດ.ຈາກຜູ້ໃຊ້ເຟສບຸກຊື່Dow Downy Dpl  ໄດ້ໂພສໃນວັນທີ 22/05/2022 ວ່າ:

ໃຜພົບເຫັນຄົນນິ້ ຊ່ວຍລາວແນ່ເດີ ລາວມາຫາວຽກຢູ່ວຽງແຕ່ບໍມີໃຜຮັບລາວ ຍ້ອນລາວພີການຂາ ແລ້ວລາວຍ່າງມາແຕ່ໃນເມືອງ ບໍໄດ້ກິນເຂົ້າມາຫມົດມຶ້ ລາວຫິວເຂົ້າແຮງ..

ເງິນສິຈ້າງລົດເມືອບ້ານກະບໍ່ມີເງິນສິກິນເຂົ້າກະບໍ່ມີ… “ ລາວຄົນໜອງບົກ ບ້ານດົງຍາງ ລາວຖືກລົດຕຳ ແລະ ຕີນຂາດ ອອກ ໂຮງໝໍມາແລ້ວມາຂໍເຮັດວຽກບໍ່ມີໃຜຮັບເລີນຈຳໃຈກັບບ້ານ ແຕ່ຕິດທີ່ບໍ່ມີເງິນ.

“ ພໍດີພວກຂ້ອຍມີເງິນແສນກີບແຟນຂ້ອຍກຳລັງສິລົງໄປຊື້ແນວກິນລາວກໍ່ໄດ້ມາເຄາະແວ່ນລົດ ຕອນແລກກໍ່ຕື່ນຢ້ານແມ່ນໂຈນ ຈົນລາວເວົ້າຂຶ້ນມາວ່າ: ເອື້ອຍ ອ້າຍ ບໍ່ຕ້ອງຍ້ານເຮົາດອກເຮົາບໍ່ມີເງິນຂໍເງິນຂໍເຂົ້າຕໍ່ຊີວິດແນ່ ໄປຫາວຽກໃສເຂົາກໍ່ບໍ່ຮັບວ່າຕີນຂາດ ກະຢາກເຮັດວຽກເອົາເງິນຊື້ເຂົ້າຈ້າງລົດເມືອບ້ານຊື່ໆ….

ຊຸມຂ້ອຍກໍ່ເລີຍເອົາເງິນ1ແສນທີ່ມີຢູ່ໃຫ້ລາວໄປຕໍ່ຊີວິດດີກວ່າ ເຮົາຍັງສິກັບບ້ານຢູ່ມີພໍ່ແມ່ຄອຍຊັບຜອດມີຄອບຄົວໜຸນຫຼັງຊ່ວຍແຕ່ຕ່າງຈາກລາວມີແຕ່ໂຕກັບເຄື່ອງນຸ່ງຕິດຄີງ“ ແສນໜຶ່ງສຳລັບຄົນປົກກະຕິອາດຈະບໍ່ຫຼາຍ ແຕ່ສຳລັບລາວຕໍ່ຊີວິດໄປອີກ3-4ມື້” ພວກຂ້ອຍສິໄປສົ່ງລາວຢູ່ຄິວລົດ ແຕ່ລາວເກງໃຈວ່າສິຍ່າງໄປເອງ ຕອນນີ້ລາວຫາບ່ອນນອນຢູ່ວ່າຈະໄປນອນຢູ່ຄິວລົດເອົາ

“ເສັ້ນທາງດົງໂດກ-ຄິວລົດສາຍໃຕ້”ໃຜພົບເຫັນລາວ ຂໍຮ້ອງຊ່ວຍເຫຼືອລາວແນ່ “ ອິດູລາວເເຮງ ຕີນກະຂາດ ເງິນກໍ່ບໍ່ມີ ວຽກຢູ່ໃສກໍ່ບໍ່ຮັບ”ລາວບໍ່ມີຫຍັງຕິດໂຕເລີຍແມ້ແຕ່ໂທລະສັບກໍ່ຍັງ

Leave a Reply

Your email address will not be published. Required fields are marked *

Back to top button