ສົດໆ!.. ມື້ນີ້​ນ້ຳຖ້ວມວັງວຽງ ຢ່າງຫນັກ

ວັງວຽງ22/05/2022

ໃນວັນທີ 22 ພຶດສະພາ 2022 ຜູ້ປະກອບກາຕູບແຄມນໍ້າຊອງ ເມືອງວັງວຽງ ເສຍຫາຍຫນັກ

ເນື່ອງຈາກຝົນຕົກແຮງຕິດຕໍ່ກັນຫລາຍວັນ ເຮັດໃຫ້ນໍ້າເພີ່ມຂຶ້ນ ກະແສນໍ້າ ໄດ້ພັດເອົາຕູບໄຫລ ຈຳນວນຫລາຍພໍສົມຄວນ.

ຊົມຄຼິບ

🌧️🌩️ແຈ້ງເຕືອນຝົນຕົກໜັກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມແຮງປະຈຳວັນທີ 22 ພຶດສະພາ 2022​ ເນື່ອງຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຈະເຮັດໃຫ້ມີຝົນຕົກໜັກ, ຟ້າຜ່າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງທີ່ຈະເຮັດໃຫ້ມີຕົ້ນໄມ້,

ປ້າຍໂຄສະນາຫັກລົ້ມ ແລະ​ ເຮືອນຊານເປ່ເພ່ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 2 ວັນ ຕໍ່ໜ້ານີ້

.ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 22/05/2022 ຫາ ເວລາ 07 ໂມງຂອງວັນທີ 23/05/2022.​ ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນ,

ມີເຝື້ອປົກຫຸ້ມເປັນສ່ວນຫຼາຍຢູ່ທົ່ວໄປ ແລະ​ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 16 – 26 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າມີເຝື້ອປົກຫຸ້ມເປັນສ່ວນຫຼາຍ,

ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 90% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 29 ອົງສາ.ນະຄອນຫຼວງວຽງຈັນ:

ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນລະຫວ່າງ 22 – 29 ອົງສາ.ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ):

ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 31 ອົງສາ.ພາກໃຕ້:

ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 31 ອົງສາ.

Leave a Reply

Your email address will not be published. Required fields are marked *

Back to top button