ຣັດເຊຍປະກາດໄຊຊະນະສາມາດຄຸມເມືອງມາລິອູໂປນໄດ້ໝົດແລ້ວ

ຣັດເຊຍປະກາດຄວບຄຸມໂຮງງານເຫຼັກກ້າອາໂຊຟວັນທີ 20 ພຶດສະພານີ້, ໂຄສົກກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ:

ກອງທັບຣັດເຊຍໄດ້ຄວບຄຸມອຸປະກອນໃຕ້ດິນຂອງໂຮງງານເຫຼັກກ້າອາໂຊຟ ທີ່ນະຄອນມາຣີອູໂປນຂອງອູແກຣນໝົດແລ້ວ.ນັບແຕ່ວັນທີ 16 ພຶດສະພານີ້ເປັນຕົ້ນມາ,

ລວມມີທະຫານອູແກຣນ ແລະກຳລັງປະກອບອາວຸດຂອງ “ຄ້າຍອາໂຊຟ” ທີ່ຖືກປິດລ້ອມຢູ່ໃນໂຮງງານເຫຼັກກ້າອາໂຊຟຈຳນວນ 2.439 ຄົນໄດ້ຍອມຈຳນົນແລ້ວ.

ທ່ານເຊີເກ ໂຊອິກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ລາຍງານຕໍ່ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍວ່າ:

ກອງທັບຣັດເຊຍໄດ້ຄວບຄຸມໂຮງງານເຫຼັກກ້າອາໂຊຟ ແລະນະຄອນມາຣີອູໂປນຂອງອູແກຣນໄປໝົດແລ້ວ.

ຊົມຄລີບ

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

Back to top button