ເດັກຍິງ 6 ປີ ຮັບພາລະເບິ່ງແຍງແມ່ຕູ້ ແລະ ແມ່ຍ່າ ພ້ອມ ະຮັບຜິດຊອບວຽກເຮືອນທັງຫມົດ

ສາວນ້ອຍຊາວຈີນທີ່ສຸດເກັ່ງທີ່ລ້ຽງດູແມ່ຕູ້ ແລະ ແມ່ຢ່າທວດ ອາຍຸ 92 ປີຂອງນາງພຽງຄົນດຽວ ແລະຮັບຜິດຊອບວຽກເຮືອນທັງຫມົດ ແຕ່ນາງຍັງຄົງບໍ່ທໍ້ ແລະ ມີຈິດໃຈທີ່ງົດງາມ.

ແມ່ຍ່າ

ອົງການ​ຂ່າວ Xinhua ​ໄດ້​ລາຍ​ງານ​ເລື່ອງ​ເດັກຍິງ​ທີ່ສຸດເກັ່ງ ​ຄົນ​ໜຶ່ງ​ຊື່ Wang Anna ຢູ່​ແຂວງ ກຸ້ຍໂຈ ທີ່​ເຖິງ​ວ່າ​ຈະ​ມີ​ອາຍຸ​ພຽງ 6 ປີ​ເທົ່າ​ນັ້ນ ​ແຕ່​ຕ້ອງ​ແບກ​ຫາບ​ພາລະ​ຂອງ​ຄອບຄົວ​ທັງ​ໝົດ.

ບໍ່​ວ່າ​ຈະ​ເບິ່ງ​ແຍງ​ແມ່ຕູ້​ສອງ​ຄົນ, ແມ່​ເຖົ້າ​ທີ່​ເຈັບ​ປ່ວຍ ແລະ​ແມ່​ຕູ້​ໃຫຍ່​ອາ​ຍຸ 92 ປີ, ທັງ​ເປັນ​ການ​ດູ​ແລ​ເຮືອນ​ແລະ​ແຕ່ງກິນ ທັງ​ໝົດ​ແມ່ນ​ຂື້ນກັບ​ນາງ​ຄົນ​ດຽວ​ໃນ​ຂະນະ​ທີ່​ພໍ່​ຂອງ​ນາງ​ຖືກ​ຈຳຄຸກ​ແລະ​ແມ່​ຂອງ​ນາງ​ໄດ້​ໜີ​ອອກ​ຈາກ​ບ້ານໄປມີຄົນໃຫມ່.

ແມ່​ເຖົ້າ ທີ່ເຈັບປ່ວຍ ເຮັດຫຍັງບໍ່ໄດ້

ເດັກນ້ອຍເລີ່ມເບິ່ງແຍງຄົນໃນເຮືອນ ແລະວຽກເຮືອນທັງໝົດເມື່ອອາຍຸ 5 ປີ ​ແຕ່​ລະ​ມື້​ນາງ​ຮັບ​ຜິດ​ຊອບ​ປຸງ​ແຕ່ງ​ອາ​ຫານ ຊັກ​ຜ້າ ລ້າງ​ໜ້າ ລ້າງ​ຕີນ​ໃຫ້​ແມ່​ຕູ້ ແລະ ແບກ​ກະຕ່າ​ຂຶ້ນ​ພູ​ເພື່ອ​ເກັບ​ຜັກ.

​ເຖິງ​ວ່າ​ຊີວິດ​ຂອງ​ເດັກ​ອາຍຸ 6 ປີ​ຈະ​ລຳບາກ ​ແລະ ເບິ່ງຫຍຸ້ງຍາກເກີນຄວາມສາມາດ ຂອງ​ເດັກ​ອາຍຸ 6 ປີ ແຕ່ນາງມີຫົວໃຈທີ່ເຂັ້ມແຂງ.

ເຖິງແມ່ນວ່າໃນມື້ທີ່ແມ່ຕູ້ຂອງນາງຮ້ອງໄຫ້ດ້ວຍຄວາມເຈັບປວດ ນາງຍັງປອບໃຈແລະຢູ່ໃກ້ຊິດກັບແມ່ຕູ້ຂອງນາງ ນາງເວົ້າວ່ານາງຕ້ອງເປັນນາງຟ້ານ້ອຍ Balala (ຕົວກາຕູນນາງຟ້າຈີນ)

ຈະຊ່ວຍໃຫ້ແມ່ຕູ້ໃນວຽກງານຕ່າງໆ ຢູ່​ໃນ​ເຮືອນ ມັນສະແດງໃຫ້ເຫັນເຖິງຈິດໃຈທີ່ສວຍງາມແລະແງ່ດີຂອງເດັກຍິງ

​ເມື່ອ​ລັດຖະບານ​ໄດ້​ຮັບຮູ້​ເລື່ອງ​ຂອງ​ນາງ ​ໄດ້​ມອບ​ເງິນ​ປະກັນ​ສັງຄົມ​ພື້ນຖານ​ໃຫ້​ແກ່​ຄອບຄົວ​ຂອງ​ນາງ ​ແລະ ​ເງິນ​ລ້ຽງ​ດູ​ຜູ້​ອາຍຸ​ສູງ ສະ​ນັ້ນ ນາງ​ຈຶ່ງ​ມີ​ລາຍໄດ້ທີ່ແນ່ນອນ.

ຢ່າງໜ້ອຍ 1,000 ຢວນຕໍ່ເດືອນ, ຫຼືປະມານ 1,900,000 ກີບ, ເປັນຄວາມຫວັງອັນຍິ່ງໃຫຍ່ ແລະ ຄວາມສົດໃສໃຫ້ກັບເດັກຍິງທີ່ແຂງແຮງຄົນນີ້.

ທີ່ມາ: XinhuaNewsAgency

Leave a Reply

Your email address will not be published. Required fields are marked *

Back to top button