ພົນເອກ ວິໄລ ຫຼ້າຄຳຟອງ ຊີ້ນຳການແກ້ໄຂດັດຂາດ, ໂປ່ງໃສ, ເຂັ້ມງວດ

ພົນເອກ ວິໄລ ຫຼ້າຄຳຟອງ ຊີ້ນຳການແກ້ໄຂ ບັນຫາຢາເສບຕິດ ຕ້ອງປະຕິບັດຕາມຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ.

ໃນວັນທີ 30 ພະຈິກ 2021 ພົນເອກ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ຊີ້ນຳ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງກຳແໜ້ນເນື້ອໃນສຳຄັນທີ່ເປັນພື້ນຖານຮັບປະກັນການ ດໍາເນີນໄປຢ່າງເປັນ ລະບົບ, ຕໍ່ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ.

ພົນເອກ ວິໄລ ຫຼ້າຄຳຟອງ ເນັ້ນໜັກວ່າ: ບັນດາຄະນະຮັບຜິດຊອບຕ້ອງຍົກສູງ ຄວາມຮັບຮູ້, ເຂົ້າໃຈ, ຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມ ຮັບຜິດຊອບໃນການນຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳ ລັງປ້ອງກັນຄວາມສະຫງົບ

ໃນການປະຕິບັດວຽກງານຕົວຈິງ, ເພື່ອກຳແໜ້ນ ເນື້ອໃນສຳຄັນທີ່ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ດຳເນີນໄປຢ່າງເປັນລະບົບ, ຕໍ່ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ,

ເພື່ອແກ້ໄຂ ສາເຫດ ແລະ ເງື່ອນໄຂທີ່ພາໃຫ້ເກີດບັນຫາຢາເສບຕິດ ໃຫ້ຖືກກັບຈຸດພິເສດ ຂອງແຕ່ລະທ້ອງຖິ່ນ, ເສີມຂະຫຍາຍຜົນງານ, ຜົນສຳເລັດທີ່ຍາດມາໄດ້; ພ້ອມກັນນັ້ນ ກໍ່ປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງໃນໄລຍະທີ່ຜ່ານມາໃຫ້ດີຂື້ນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ ພັກ-ລັດ ມອບໝາຍໃຫ້.
ພ້ອມກັນນີ້ ຕ້ອງກຳແໜ້ນບັນດາມະຕິ,

ຄຳສັ່ງຂອງຂັ້ນເທິງ ເພື່ອນຳໄປຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ມີ ປະສິດທິພາບ, ມີປະສິດທິຜົນ ໂດຍສະເພາະແມ່ນບັນດາວຽກຈຸດສຸມທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ, ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ນອກນີ້, ພົນເອກ ວິໄລ ຫຼ້າຄຳຟອງ ຍັງໄດ້ເນັ້ນໜັກຄະນະຮັບຜິດຊອບໃນການ ປ້ອງກັນເວນຍາມວັນສໍາຄັນຕ່າງໆຂອງພັກ, ຂອງຊາດເປັນຕົ້ນ: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ວັນຊາດທີ 2 ທັນວາ

ຄົບຮອບ 46 ປີ ແລະ ພິທີເປີດນໍາໃຊ້ເສັ້ນທາງລົດໄຟຟ້າ ລາວ-ຈີນ ຢ່າງເປັນ ທາງການ ໃນວັນທີ 3 ທັນວານີ້ ໃຫ້ຮັບປະກັນຄວາມສະຫງົບ, ຄວາມປອດໄພ ຮ້ອຍສວນຮ້ອຍ.

Leave a Reply

Your email address will not be published. Required fields are marked *

Back to top button