ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2 ລ້ານຖັງ ໃນເດືອນພຶດສະພານີ້

ຂປລ.ຈີນ ຊື້ນ້ຳມັນ ຈາກຣັດເຊຍ ໃນລາຄາ ຖືກກວ່າ ປະເທດອື່ນ ຄິດເປັນ ປະລິມານ ເກືອບ 2 ລ້ານຖັງ ໃນເດືອນ ພຶດສະພານີ້ ກວມເອົາ 15% ຂອງຄວາມຕ້ອງການ ນຳໃຊ້ ໃນຈີນ ໂດຍອີງຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງເປັນ ຜູ້ໃຫ້ບໍລິການ ວິເຄາະ ຂໍ້ມູນ

ກ່ຽວກັບ ການຂົນສົ່ງ ນ້ຳມັນ ແລະ ອາຍແກັສ ສາກົນ ເມື່ອບໍ່ດົນມານີ້ ລະບຸວ່າ:ຈີນ ນຳເຂົ້າ ນ້ຳມັນ ຈາກຣັດເຊຍ ຜ່ານການ ຂົນສົ່ງ ທາງທະເລ 1,1ລ້ານຖັງ ຕໍ່ວັນ ໃນເດືອນພຶດສະພາ ເພີ່ມຈາກ 750.000 ຖັງຕໍ່ວັນ ໃນໄລຍະ ໄຕມາດ ທຳອິດ ແລະ ເພີ່ມຂຶ້ນຈາກ ສະຖິຕິ ວັນລະ 800.000 ຖັງຕໍ່ວັນ

ເມື່ອປີກາຍ. ປັດຈຸບັນ ຣັດເຊຍ ຂາຍນ້ຳມັນ ໃນລາຄາ ຕ່ຳກວ່າ ກ່ອນເກີດ ສົງຄາມ ກັບອູແກຣນ 29 ໂດລາ ສະຫະລັດ. ນອກເໜືອຈາກ ການນຳເຂົ້າ ດ້ວຍເຮືອ ບັນທຸກ ສິນຄ້າແລ້ວ ຈີນ ຍັງຊື້ ນ້ຳມັນ ຈາກຣັດເຊຍ ແບບສົ່ງ ຜ່ານທໍ່ ອີກປະມານ 800.000ຖັງ./.

ໃນັ້ນ, ບັນດາປະເທດທີ່ ຂາດນ້ຳມັນ ແມ່ນ ເລີ່ມບໍ່ສົນການຂວ້ຳບາດຂອງໄບເດນ ແລ້ວ, ເພາະ ຫລາຍຄົນກະວ່າ ຖ້າຂາດໄບເດນ ຂ້ອຍຍັງຢູ່ຄືເກົ່າບໍ່ໄດ້ຮ້ອນຫຍັງ ແຕ່ຖ້າຂາດນ້ຳມັນ ຂ້ອຍລະຊິຢູ່ບໍ່ໄຫວ ແລະ ຈະ ຕາຍກ່ອນ.

ເພາະໄບເດນ ສ່ວນຫລາຍ ແມ່ນໃຊ້ການຂວ້ຳບາດເພື່ອຫາລາຍໄດ້ໃສ່ ກະເປົາຕົນເອງ. ເພາະເຫັນໄດ້ຊັດເຈນວ່າປັດຈຸບັນແມ່ນໄບເດນພະຍາຍາມຫາການຍຸແຍ່ໃຫ້ສົງຄາມ ຣັດເຊຍຢູເຄຣນ ນັບມືນັບຮຸນແຮງຂື້ນ. ແລ້ວ ເພື່ອຜະລິດອວຸດຂາຍໃຫ້ປະເທດອື່ນ.

ຮຽບຮຽງ​ຂ່າວ​ໂດຍ: ສະ​​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

Back to top button