ສປຊ ເຕືອນ ທົ່ວໂລກອາດປະເຊີນກັບການຂາດແຄນອາຫານ

ອົງການສະຫະປະຊາຊາດ ( ສປຊ ) ອອກມາເຕືອນວ່າ ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ອາດຈະສົ່ງຜົນໃຫ້ທົ່ວໂລກເກີດພາວະຂາດແຄນອາຫານໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້.

ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ ສປຊ ກ່າວ່າ: ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ເຮັດໃຫ້ປະຊາກອນຫຼາຍສິບລ້ານຄົນທົ່ວໂລກ ຕ້ອງປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງຈະກໍ່ໃຫ້ເກີດສະພາວະຂາດໂພຊະນາການ, ອຶດຢາກຫິວໂຫຍ ແລະ

ເກີດບັນຫາເຂົ້າຍາກໝາກແພງ ແຕ່ຖ້າວ່າທຸກຄົນຮ່ວມມືກັນທົ່ວໂລກ ກໍຈະມີປະລິມານອາຫານພຽງພໍ ແຕ່ຖ້າຫາກວ່າຍັງບໍ່ທັນສາມາດແກ້ໄຂບັນຫາຄວາມຂັດແຍ່ງດັ່ງກ່າວໄດ້ ກໍຈະປະເຊີນກັບການຂາດແຄນອາຫານທົ່ວໂລກໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້າ ນີ້.

ເລຂາທິການໃຫຍ່ ສປຊ ເຕືອນວ່າ: ບໍ່ມີວິທີການໃດທີ່ຈະແກ້ໄຂວິກິດອາຫານໄດ້ຢ່າງມີປະສິດທິພາບ ຫາກອູແກຣນ ຍັງບໍ່ສາມາດຜະລິດອາຫານ ເພື່ອສົ່ງອອກສູ່ຕະຫຼາດໂລກ ເຊັ່ນດຽວກັນກັບການຜະລິດປຸ໋ຍຈາກຣັດເຊຍ ແລະ ເບລາຣຸສ.

ແນວໃດກໍຕາມ, ທ່ານ ກູເຕເຣສ ລະບຸວ່າ ຂະນະນີ້ ລາວກຳລັງຕິດຕໍ່ຫາ ຣັດເຊຍ ແລະ ອູແກຣນ ເພື່ອປຶກສາຫາລືກ່ຽວກັບບັນຫາດັ່ງກ່າວຢ່າງຈິງຈັງ ລວມທັງສະຫະລັດ ແລະ ສະຫະພາບເອີຣົບ ເພື່ອຫາຊ່ອງທາງຟື້ນຟູການສົ່ງອອກໃຫ້ກັບສູ່ສະພາບປົກກະຕິ.

ທັງນີ້, ຣັດເຊຍ ແລະ ອູແກຣນ ເປັນຜູ້ສົ່ງອອກເຂົ້າສາລີລາຍໃຫຍ່ຂອງໂລກ ໂດຍກວມເອົາ 30% ຂອງຄວາມຕ້ອງການຕະຫຼາດໂລກ, ສ່ວນອູແກຣນ ໄດ້ຂະໜານນາມວ່າ ເປັນກະຕ່າເຂົ້າໜົມປັງຂອງໂລກ ( world’s bread basket ) ໂດຍກ່ອນເກີດຄວາມຂັດແຍ່ງຂຶ້ນ ສາມາດສົ່ງອອກສິນຄ້າກະສິກຳສູງເຖິງ 4,5 ລ້ານໂຕນຕໍ່ເດືອນ.

Leave a Reply

Your email address will not be published. Required fields are marked *

Back to top button