ຊົມເຊີຍ ເກັ່ງຫລາຍ!.. ທິມລູກເຂີຍໃສ່ມອງ “ ຊຸດຕິບເຂົ້າໜຽວ” ຂຶ້ນໂຊໃຫ້ສາກົນ ໂດຍ ສາວນັດດາວ

ຈົບລົງໄປແລ້ວ ສໍາລັບງານ Sabaidee Fest 2023 ທີ່ USA ແຕ່ຄວາມຊົງຈໍາ ແລະ ປະສົບການຂອງ ສິນລະປິນໄວລຸ້ນລາວກຸ່ມນີ້ຍັງຄົງຢູ່

ຫຼາຍຄົນເຂົ້າມາຊື່ນຊົມ ແລະ ຊົມເຊີຍ ທີ່ ນັດດາວ ຍິບຍົກເອົາ 1 ໃນວັດທະນະທໍາລາວຂຶ້ນໂຊເທິງເວທີ ນັ້ນຄື ຕິບເຂົ້າໜຽວຂອງລາວ

ອີກໜຶ່ງນັກຮອງສາວສຽງດີຢ່າງນັດດາວ ທີ່ນຸ່ງຊຸດຂຶ້ນເວທີສາກົນໃນງານນີ້ ນັດດາວໄດ້ນໍາເອົາຊຸດຕິບເຂົ້າໜຽວຂຶ້ນໂຊ ແລະ ກໍມີຕ່າງປະເທດບອກວ່າເຮັດໃຫ້ເພິ່ນຫິວເຂົ້າ

ເປັນໂມເມັ້ນທີ່ໜ້າຮັກ ແລະ ເປັນການນໍາເອົາວັດທະນະທໍາຂອງລາວໄປເຜີຍແຜ່ ເຮັດໃຫ້ເປັນຈຸດເດັ່ນ ແລະ ເປັນທີ່ສົນໃຈຂອງຕ່າງປະເທດ ໂດຍເຈົ້າໂຕໄດ້ໂພສວ່າ

“Oh sorry to make you hungry ຊຸດຕິບເຂົ້າຫນຽວຂອງນັດດາວເຮັດໃຫ້ລາວຫິວເຂົ້າ”

ນັກຮ້ອງລາວດັງກ້ອງໄປໄກເຖິງອາເມຣິກາ ທີມລູກເຂີຍໃສ່ມອງ ແລະ ບັນດານັກຮ້ອງລາວ ເປັນກຽດໄດ້ໄປສະແດງຄວາມສາມາດເທິງເວທີລະດັບສາກົນ ໄດ້ສ້າງຊື່ສຽງໃຫ້ແກ່ປະເທດລາວບໍ່ໜ້ອຍກໍຫຼາຍ.

ພ້ອມກັນນີ້ ຍັງມີບັນດາຄົນໃນອາເມຣິກາ ທີ່ມັກ ແລະ ຊົມເຊີຍສິລະປິນລາວ, ຜູ້ທີ່ໄດ້ຮັບຊົມບາງທ່ານກໍໄດ້ມີການແຈກທິບໃຫ້ແກ່ບັນດາສິລະປິນລາວ ເປັນຈຳນວນເງິນຫຼາຍພໍສົມຄວນ.

ນອກຈາກນີ້ ພາຍໃນງານກໍເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ມີສຽງຮ້ອງຈາກຄົນເບິ່ງດ້ວຍຄວາມມັກເພງຂອງສິລະປິນລາວ ກໍໄດ້ຮ້ອງຕາມກັນຢ່າງພ້ອມພຽງ. ຍັງບໍ່ໝົດພຽງເທົ່ານີ້ ແຟນເພງທາງຝັ່ງອາເມຣິກາ (California) ຍັງໄດ້ສະໜັບສະໜູນໂດຍການຊື້ເສື້ອ ແລະ ຂອງທີ່ລະນຶກຈາກຝັ່ງລາວອີກພ້ອມ ໂດຍສະເພາະທີມ #ລູກເຂີຍໃສ່ມອງ.

.

ຄອນເສີດ Sabaidee Fest ທີ່ ແຄລິຟໍເນຍ ເຊິ່ງເປັນເທສະການດົນຕີທີ່ມີຫຼາກຫຼາຍສິລະປິນຈາກລາວ-ໄທ ແລະ ບັນດາປະເທດທີ່ຖືກເຊີນ ໂດຍເລີ່ມແຕ່ວັນທີ 18-19 ມີນາ 2023.

ປີນີ້ສິລະປິນລາວກໍໄດ້ໄປຫຼາຍພໍສົມຄວນ ພາຍໃນງານຈະມີສະເໜ່ໜ້າດຶງດູດ ເພາະຫຼາຍສິລະປິນທີ່ໄປຮ່ວມງານ ຈະມີເອກະລັກຂອງໃຜລາວ ການແຕ່ງກາຍທີ່ມີວັດທະນະທຳຂອງປະເທດຕົນເອງເຂົ້າມາປະສົມ.

ນອກຈາກນີ້ ກໍຍັງມີໂຊການສະແດງທີ່ໜ້າຕື່ນຕາໃຫ້ແກ່ຜູ້ມາທ່ຽວຊົມ ແຕ່ລະປີຈະມີຄວາມຄຶກຄື້ນມ່ວນມັນຕະຫຼອດຈົນຈົບງານ. ພິເສດສຸດໆ ປີນີ້ມີສິລະປິນລາວຫຼາຍທ່ານເປັນກຽດໄດ້ໄປສະແດງຄວາມສາມາດໃນເວທີລະດັບສາກົນ ທີ່ຜ່ານມາກໍມີຄົນລາວທີ່ຫຼາກຫຼາຍຄວາມສາມາດໄດ້ໄປໂຊການສະແດງ ບໍ່ວ່າຈະເປັນການສະແດງການຮ້ອງເພງ, ສະແດງກິນນາລີ ແລະ ອື່ນໆອີກຫຼາຍ.

ຊົມຄລີບ 1

ຊົມຄລີບ 2

Leave a Reply

Your email address will not be published. Required fields are marked *

Back to top button