ກຳຈິງໆ!..​ນັກທຸລະກິດ​ ຂັບລົດຕຳ ເສຍຊີວິດແລ້ວຫນີ ສຸດທ້າຍໄປບໍ່ລອດ

ພະລັງໂຊຊຽວ
ຕາມຈັບຜູ້ຂັບລົດຕຳ ເສຍຊີວິດແລ້ວຫນີ

ຈາກເຫດການຜູ້ຂັບຂີ່ລົດໃຫຍ່ ຕຳຜູ້ຂັບຂີ່ລົດຖີບ ຢູ່ຖະຫນົນ T4 ໄຟແດງທາດຫລວງ ມູ່ງຫນ້າໄປທາງໄອເຕັກ ນະຄອນຫລວງວຽງຈັນ

ໃນເວລາປະມານ 18:00 ໂມງ ຂອງວັນທີ 17.5.2022 ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດຢູ່ໂຮງຫມໍ ໃນເວລາຕໍ່ມາ, ພາຍຫລັງມີເຫດການເກີດຂຶ້ນ ຄູ່ກໍລະນີ ໄດ້ເອົາຕົວຫລົບຫນີ.

..​

.. ເບີ່ງຢູ່ໂຍທາ..​ຂໍມູນຊັດເຈນສຸດດັ່ງລຸ່ມ

ຈາກຮູບພາບໃນກ້ອງວົງຈອນປິດຕາມເຮືອນ ແລະ ແຄມທາງ ພົບເຫັນລົດປຣາໂດ້ສີປອນທອງ ລຸ້ນເກົ່າ ຕຳແລ້ວຂັບຂີ່ລົດຫນີ ໄອເຕັກ ແຕ່ປ້າຍຫມາຍເລກທະບຽນ ເຫັນບໍ່ຊັດເຈນປານໃດ, ຍາດຜູ້ເສຍຊີວິດ ຈິ່ງໄດ້ໂພສຮູບພາບເຫດການທີ່ເກີດຂຶ້ນສົ່ງທາງ ໂຊຊຽວ ເຟສບຸກ ເພື່ອໃຫ້ນັກສືບໂຊຊຽວ ຕິດຕາມປ້າຍທະບຽນລົດຊ່ອຍອີກທາງຫນຶ່ງ.

ພໍແຕ່ໄດ້ໂພສຮູບລົງ ກໍມີຊາວເນັດ ແຊເປັນຈຳນວນຫລວງຫລາຍ ເພື່ອຊອກຫາ ຄູ່ກໍລະນີມາຮັບຜິດຊອບ, ບໍ່ພໍເທົ່າໃດຊົ່ວໂມງ ກໍມີພົນລະເມືອງດີ ທີ່ເຫັນເຫດການ ໄດ້ຖ່າຍຮູບປ້າຍລົດ ທີ່ກຳລັງຫລົບຫນີ, ສົ່ງໃຫ້ທາງພີ່ນ້ອງຜູ້ເສຍຊີວິດ.

ຜ່ານການຢັ້ງຢືນ ຈາກເຈົ້າຫນ້າທີ່ ພວກກັບພະຍານ, ຂໍ້ມູນຫລັກຖານ ສາມາດນຳເຖິງຕົວ ຜູ້ຂັບຂີ່ທີ່ຫລົບຫລົບ ມາຮັບຜິດຊອບທາງກົດຫມາຍ ໄດ້ສຳເລັດ.

ຫລ້າສຸດ ຍາດພີ່ນ້ອງ ຂໍຂອບອົກຂໍຂອບໃຈນຳຊາວເນັດໂຊຊຽວໄດ້ຕິດຕາມຖ່າຍຮູບສົ່ງທະບຽນລົດຕຳນ້ອງຊາຍສົມສະຫວາດແລ້ວໜີ !

ນີ້ແມ່ນລົດ , ປ້າຍ ,ເອກະສານລົດ ແລະ ໂສມໜ້າຄາດຕະກອນຕຳນ້ອງຊາຽທ້າວສົມສະຫວາດເວລາ18:39 ໂມງ ຂອງວັນທີ17/5/2022 ຖະໜົນ T4 ບ້ານທາດຫຼວງ , ຕຳແລ້ວປົບໜີໂດຽບໍ່ມີນ້ຳໃຈມະນຸດສະທຳຕໍ່ຄູ່ກໍລະນີ , ເວລາ 00ໂມງຜູ້ກ່ຽວກໍໄດ້ເສຽຊີວິດ !

ຊົມຄລີບ

@ Kam souk

Leave a Reply

Your email address will not be published. Required fields are marked *

Back to top button