ຂ່າວເສົ້າ!..ໄຫວ້ອາໄລແດ່ດວງວິນຍານ ທ່ານ ປອ.ທອງຄຳ ອ່ອນມະນີສອນ ສິລະປິນດີເດັ່ນແຫ່ງຊາດ

ຂໍສະແດງຄວາມໄວ້ອາໄລ ແດ່ດວງວິນຍານຂອງທ່ານ ປອ.ທອງຄຳ ອ່ອນມະນີສອນ ສິລະປິນດີເດັ່ນແຫ່ງຊາດ ສາຂາວັນນະກຳນັກຂຽນລາງວັນຊີໄຣນັກຂຽນລາງວັນແມ່ນ້ຳຂອງນັກຂຽນລາງວັນນາກຄຳ

ຜູ້ຄົ້ນຄ້ວາວັດຈະນານຸກົມພາສາລາວ ແລະ ຜົນງານອື່ນໆ ເຊິ່ງໄດ້ ວາງປາກກາ ຫລັບຕາອຳລາວົງການໄປແລ້ວຊົ່ວກາລະນານໃນມື້ນີ້, ວັນທີ 19/5/2022, ເວລາ 4:00 ໂມງ ລວມອາຍຸ 73 ປີ.

ບັດນີ້ ໂພໃຫຍ່ລົ້ມ ເສຍຮົ່ມເງົາພັກ ນັກກະວີມືຊຽນ ປ່ຽນສີໂສມເສົ້າ ປາຍປາກກາສູນສິ້ນ ຄົນດີກະວີເອກນັກຂຽນຊຸມຊາດເຊື້ອ ຕັ້ງແຕ່ເໜືອຮອດໃຕ້ ຜົນງານຈາລຶກໃນແຜ່ນພື້ນ ບໍ່ມີມື້ເສື່ອມສະຫລາຍ ແທ້ແລ້ວ!

ບົດກະວີ: ສາລາກະວີງົວແລະກວຽນ ຂໍສະແດງຄວາມເສຍໃຈນຳຄອບຄົວດ້ວຍ !

ຂໍໃຫ້ດວງວິນຍານທ່ານຈົ່ງໄປສູ່ພົບພູມທີ່ດີ

– ສິລະປິນດີເດັ່ນແຫ່ງຊາດ ສາຂາວັນນະກຳ

– ນັກຂຽນລາງວັນຊີໄຣ

– ນັກຂຽນລາງວັນແມ່ນ້ຳຂອງ

– ນັກຂຽນລາງວັນນາກຄຳ

– ຜູ້ຄົ້ນຄ້ວາວັດຈະນານຸກົມພາສາລາວ ແລະ ຜົນງານອື່ນໆບັດນີ້ ໂພໃຫຍ່ລົ້ມ ເສຍຮົ່ມເງົາພັກນັກກະວີມືຊຽນ ປ່ຽນສີໂສມເສົ້າປາຍປາກກາສູນສິ້ນ ຄົນດີກະວີເອກນັກຂຽນຊຸມຊາດເຊື້ອ ຕັ້ງແຕ່ເໜືອຮອດໃຕ້ ຜົນງານຈາລຶກໃນແຜ່ນພື້ນ ບໍ່ມີມື້ເສື່ອມສະຫລາຍແທ້ແລ້ວ!ບົດກະວີ: ສາລາກະວີງົວແລະກວຽນ

ຂອບໃຈຮູບພາບ: ສ. ໄຜ່ກາງກໍ

Leave a Reply

Your email address will not be published. Required fields are marked *

Back to top button