ທ່າເຮືອມາຣີອູໂປລ ປາກົດວ່າ ຕົກໄປເປັນ ຂອງຣັດເຊຍ ໃນທັນທີ ເມື່ອຢູເຄຣນ ໜີຈາກໂຮງງານເຫລັກໄປ

ທ່າ​ເຮືອມາ​ຣີ​ອູ​ໂປ​ລຂອງ​ຢູ​ເຄຣນປາ​ກົດ​ວ່າ ຈະຕົກ​ໄປ​ເປັນ​ຂອງຣັດ​ເຊຍໃນ​ທັນ​ທີເມື່ອວັນ​ອັງຄານ​ວານ​ນີ້ ຂະນະ​ທີ່ຢູ​ເຄຣນໄດ້ຍ້າຍ​ອອກໜີຈາກໂຮງງານ​ເຫລັກ​ທີ່​ກວ້າງ​ໃຫຍ່​ຂອງ​ເມືອງ​ນັ້ນໄປ ​ແລະ​ພວກ​ນັກ​ລົບ​ຫລາຍ​ຮ້ອຍ​ຄົນຂອງ​ກີ​ຢິບ​ທີ່ຍັງຕໍ່​ສູ້ຢູ່​ໃນ​ນັ້ນ ໄດ້​ມອບຕົວ​ໃຫ້​ກໍາລັງທະ​ຫານ​ຣັດ​ເຊຍ​ ຕາມ​ຂໍ້​ຕົກລົງທີ່​ເຊັນ​ກັນ​ລະ​ຫວ່າງ​ຝ່າຍ ​ທີ່ເຮັດ​ສົງ​ຄາມ​ຕໍ່​ກັນ.

ການຍຶດເອົາເມືອງ​ມາ​ຣີ​ອູ​ໂປ​ລຊຶ່ງ​ເປັນເມືອງກ່ອນສົງຄາມມີປະຊາຊົນ 430,000 ຄົນ ​ຕັ້ງຢູ່ລຽບຕາມຊາຍຝັ່ງ ພາກເຫນືອຂອງທະເລອາ​ຊັອ​ຟ ຈະເປັນຜົນສໍາເລັດ ອັນໃຫຍ່ຫລວງທີ່ສຸດຂອງມົ​ສ​ກູໃນການໂຈມຕີຕໍ່ຢູເຄ​ຣນມາ​ໄດ້ເກືອບສາມເດືອນ ນັ້ນ.

​ແຕ່ຣັດ​ເຊຍ​ປະ​ເຊີນ​ຄວາມ​ຫຍຸ້ງ​ຍາກ ໃນ​ການ​ຍຶດ​ເອົາ​ດິນ​ແດນ​ຕື່ມ​ອີກ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ແລະ​ບໍ່​ສາມາດ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ປະທານາທິບໍດີ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ຫຼື ຕີ​ເອົາ​ນະຄອນຫຼວງກີ​ຢິບ​ໄດ້.

ໂດຍ​ຢູ່ພາຍ​ໃຕ້​ການ​ໂຈມ​ຕີ​ຂອງຣັດ​ເຊຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຶ່ງ​ຢູ​ເຄຣນ​ຄາດ​ຄະ​ເນ​ວ່າ ​ໄດ້​ສັງຫານ​ພົນລະ​ເຮືອນ 20,000 ຄົນ ຢູ່​ໃນ​ເມືອງ​ມາ​ຣີ​ອູ​ໂປ​ລ ພາກສ່ວນ​ໃຫຍ່​ຂອງ​ເມືອງ​ນັ້ນ ​ໄດ້​ຖືກທຳ​ລາຍ​ໃຫ້​ຫັກ​ພັງ​ລົງ. ສິ່ງ​ທີ່​ຍັງ​ເຫຼືອ​ແມ່ນ​ຕັ້ງ​ຢູ່ລະ​ຫວ່າງ ກາງ​ຂອງແຜ່ນດິນ​ໃຫຍ່​ຣັດ​ເຊຍ ​ແລະ​ແຫຼມໄຄ​ຣ​ເມຍຊຶ່ງຣັດ​ເຊຍໄດ້​ຍຶດ​ເອົາ​ຈາກ​ຢູ​ເຄຣນ ​ໃນ​ປີ 2014.

ນັກ​ລົບຢູ​ເຄ​ຣນ 260 ກວ່າ​ຄົນ ຊຶ່ງ​ໃນ​ນັ້ນບາງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລະ​ນອນ​ຢູ່​ເທິງ​ຕຽງ​ຫາມ​ ໄດ້ພາ​ກັນ​ປະ​ຖິ້ມໂຮງງານ​ເຫຼັກອາຊອບສຕອລ (Azovstal) ທີ່​ຖືກ​ທຳ​ລາຍໃນ​ວັນ​ຈັນຜ່ານ​ມາ ​ແລະ​ໄດ້​ມອບ​ຕົວ​ໃຫ້​ກຳລັງທະ​ຫານ​ຣັດ​ເຊຍ. ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ເອົາ​ທະ​ຫານ​ທີ່​ຍັງ​ເຫຼືອ​ອອກ​ຈາກ​ໂຮງ​ງານ​ເຫລັກ ແຕ່​ບໍ່​ເປັນ​ທີ່​ຈະ​ແຈ້ງ​ວ່າ​ຍັງ​ເຫລືອ​ຢູ່​ຈັກ​ຄົນ.

ຣັດ​ເຊຍ​ເອີ້ນ​ການ​ປະ​ຕິ​ບັດການ​ດັ່ງ​ກ່າວ​ວ່າ ​ເປັນ​ການ​ຍອມ​ຈຳນົນ​ຂະ​ໜາດ​ໃຫຍ່. ແຕ່ໃນທາງກົງກັນຂ້າມ, ຊາວ ຢູເຄຣນກ່າວວ່າ ກອງທະຫານຂອງຕົນໄດ້ສໍາເລັດ ພາລະກິດຂອງເຂົາ​ເຈົ້າ.

ເຮ​ືອ​ບິນ​ເຮ​ລິ​ຄອບ​ເຕີ​ຂອງທະ​ຫານຣັດ​ເຊຍບິນ​ເຫວີ່ນ​ຢູ່​ເທິງ​ຟ້າ​ເບິ່ງ​ລົດ​ເມ​ທີ່​ຂົນ​ເອົາທະ​ຫານ​ຢູ​ເຄ​ຣນ​ທີ່​ອອກ​ມາ​ຈາກໂຮງ​ງານ​ເຫລັກ Azovstal, ເມືອງ​ມາ​ຣີ​ອູ​ໂປ​ລ ໄປຫາ​ຄຸກ​ຢູ່​ເມືອງ Olyonivka ຊຶ່ງ​ເປັນ​ດິນ​ແດນ​ຂອງສະ​ທາ​ລ​ນະ​ລັດ Donetsk ພ​ກາ​ຕາ​ເວັນ​ອອກຂອງ​ຢູ​ເຄ​ຣນ, 17 ພຶດ​ສະ​ພາ, 2022.

ທ່ານວາ​ດີມ ບອຍ​ເຊັນ​ໂກ, ເຈົ້າ​ເມືອງມາ​ຣີ​ອູ​ໂປ​ລກ່າວຕໍ່ວີໂອເອພະແນກ​ພາ​ສາ​ຢູ​ເຄ​ຣນວ່າ “ເປົ້າໝາຍ​ກໍ​ຄື ພວກຜູ້ຊາຍຂອງເຮົາຜູ້ທີ່ປົກປ້ອງເມືອງຢ່າງກ້າ ຫານ ແລະສະກັດກັ້ນສັດຕູໂດຍກົງຢູ່ໃນເມືອງ​ມາ​ຣີ​ອູ​ໂປ​ລ, ບໍ່ປ່ອຍໃຫ້ ພວກເຂົາຜ່ານເມືອງ​ມາ​ຣີ​ອູ​ໂປ​ລເຂົ້າ​ມາໄດ້.” “ນັ້ນແມ່ນ, ເຂົາເຈົ້າໄດ້ຊ່ວຍ ກອບ​ກູ້ປະເທດຊາດ, ພວກເຂົາເຈົ້າອະນຸຍາດໃຫ້ກໍາລັງປະກອບອາວຸດຂອງຢູ​ເຄ​ຣນໄດ້ກຽມພ້ອມ ແລະເມືອງອື່ນໆ ໄດ້ກຽມພ້ອມ ເພີ່ມຂຶ້ນສໍາລັບ ສົງຄາມທີ່ຮ້າຍ ແຮງທີ່ໄດ້ເກີດຂຶ້ນແລ້ວຢູ່ໃນຢູ​ເຄ​ຣນນີ້.”

​ບໍ່​ເປັນ​ທີ່​ຈະ​ແຈ້ງ​ວ່າ ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຕໍ່​ພວກ​ນັກ​ລົບເຫລົ່າ​ນັ້ນ​ຂອງ​ຢູ​ເຄ​ຣນ​. ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ຄົນ​ນຶ່ງມີ​ຄວາມ​ສົງ​ໄສວ່າ​ການ​ແລກ​ປ່ຽນ​ນັກ​ໂທດ​ຢ່າງ​ເຕັມ​ສ່ວນອາດ​ຈະ​ບໍ່​ເກີດ​ຂຶ້ນ.

ທີ່ມາ: VOA Lao

Leave a Reply

Your email address will not be published. Required fields are marked *

Back to top button