ຢາກມາອະທິບາຍຄວາມຈິງວ່າທີ່ເຫັນວ່າກວກໂຈນຮັນ ແມ່ນແລ້ວວ່າບໍ່ຢາກໃຫ້ພໍ່ແມ່….

ຂ້ອຍໃນນາມທີ່ເປັນຄົນໃນຄອບຄົວ ແລະເປັນເອື້ອຍຂອງນາງທີ່ໂຈນຈີ້ໃນຄິບ ຢາກມາອະທິບາຍຄວາມຈິງວ່າທີ່ເຫັນວ່າກວກໂຈນຮັນ ແມ່ນແລ້ວວ່າບໍ່ຢາກໃຫ້ພໍ່ແມ່ຕື່ນ

ເພາະໝາມັນເຫົ່າ ຖ້າພໍ່ແມ່ຕື່ນມາຢ້ານມີການຍິງກັນ ຕ້ອງມີຄົນເຈັບຫຼືອາດຈະມີຄົນຕາຍ ຖ້າຄົນນັ້ນເປັນຄົນໃນຄອບຄົວເດ ລາວບໍ່ກ້າສ່ຽງ ໃນໃຈຕອນນັ້ນເປັນຫ່ວງແຕ່ຄອບຄົວ ເຂົາມາກັນເປັນ 10 ເຂົ້າມາໃນເຮືອນ 7 ຢູ່ລົດອີກ ມີປືນໝົດທຸກຄົນ

ເຮັດຈັ່ງໃດກະບໍ່ສູ້ເຂົາຢູ່ແລ້ວ ລາວຕັດສິນໃຈຖືກແລ້ວ ຮີບໃຫ້ເຂົາເອົາເຄື່ອງໄປ ຂໍແຕ່ຄົນຢູ່ບ້ານປອດໄພ ບໍ່ຕາຍກະຫາເອົາໃຫມ່ (ຝາກເຖີ້ງຄົນທີ່ບໍ່ຮູ້ເລື່ອງຫຍັງ ຢ່າໄປຂຽນຂ່າວມົ້ວຊົ້ວ ສ້າງເລື່ອງບໍ່ດີເຮັດໃຫ້ຄົນອື່ນເສຍຫາຍ)

ສ່ວນສາເຫດແມ່ນມີດັ່ງນີ້: ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ແລະ ກໍເລາະກິນຫລາຍຮ້ານ,ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ.

ພໍຮອດທ່ຽງຄືນ ນາງ ອາທິຖານ ຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ຫລັກລໍຢູ່ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ

ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ແລະ ກໍໄຂເອົາຊັບສິນທີ່ມີຄ່າຈຳນວນຫລາຍ, ຈາກນັ້ນຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນ ໃນການກໍ່ເຫດ. ສ່ວນຍິງສາວຄົນຖຶກຈີ້ ແມ່ນປອດໄພບໍ່ໄດ້ຖືກທຳຮ້າຍຢ່າງໃດ.

ໃນຂະນັ້ນ ທີ່ໂຈນກຳລັງອອກເຮືອນ ພໍ່ຂອງຜູ້ຍິງ ທີ່ຢູ່ຊັ້ນນອນສອງຂອງເຮືອນ ເຫັນເຫດການ ກຳລັງຈະເຂົ້າຂັດຂວງ ແລະ ຍິງປືນຕອບໂຕ້ໃສ່ກັນ ແຕ່ບໍ່ຖືກ

ທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button