ຜູ້ຊ່ຽວຊານຕວກກີ ວ່າ ອາເມຣິກາໄດ້ກາຍເປັນປະເທດຂີ້ຮ້າຍທີ່ສຸດໃນການຕ້ານ ໂຄ ວິ ດ

ຫວ່າງມໍ່ໆມານີ້, ທ່ານ ໄບເຣີດ ເອິທູກຣູນ ຜູ້ຊ່ຽວຊານພະຍາດຕິດແປດແລະຈຸລິນຊີທາງຄລີນິກທີ່ມີຊື່ສຽງຂອງຕວກກີໄດ້ໃຫ້ສຳພາດວ່າ:

ອາເມຣິກາບໍ່ໄດ້ໃຫ້ຄວາມສຳຄັນຕໍ່ມະນຸດສະທຳແລະສາທາລະນະສຸກຢ່າງພຽງພໍໃນຂະບວນການຕ້ານພະຍາໂຄວິດ-19.ເຖິງວ່າພະຍາດໂຄວິດ-19ໄດ້ແຜ່ລະບາດໄວຫຼາຍ,ແຕ່ລັດຖະບານອາເມຣິກາໄດ້ຍົກເລີກມາດຕະການຈຳກັດກ່ຽວກັບໂຄວິດ-19ເກືອບທຸກຢ່າງໃນຫວ່າງມໍ່ໆມານີ້.

ອາເມຣິກາໄດ້ກາຍເປັນປະເທດຂີ້ຮ້າຍທີ່ສຸດໃນການຕໍ່ຕ້ານພະຍາດໂຄວິດ-19ໃນໂລກ.ທ່ານເອິທູກຣູນຊີ້ໃຫ້ເຫັນວ່າ:ຢູ່ອາເມຣິກາທີ່ມີປະຊາກອນປະມານ330ລ້ານຄົນ,ພະຍາດໂຄ ວິດ-19ໄດ້ກາຍເປັນປັດໄຈເສຍຊີວິດຫຼາຍທີ່ສຸດອັນດັບ3 ຮອງຈາກພະຍາດຫົວໃຈແລະມະເຮັງ.

ເດັກນ້ອຍປະມານ2ແສນຄົນໄດ້ເສຍພໍ່ແມ່ຜູ້ປົກຄອງຕົ້ນຕໍຍ້ອນໂຄວິດ-19,ລັດຖະບານອາເມຣິກາບໍ່ມີມາດຕະການຫຍັງໃນການຊ່ວຍເຫຼືອເດັກກຳພ້າກຳພອຍເຫຼົ່ານີ້.

ນອກນີ້,ອາເມຣິກາບໍ່ໄດ້ປົກປ້ອງສິດທີ່ກ່ຽວຂ້ອງຂອງກຸ່ມຄົນດ້ອຍໂອກາດ ເຊັ່ນຊົນເຜົ່າສ່ວນໜ້ອຍເປັນຕົ້ນ ພ້ອມກັບກຸ່ມຄົນທີ່ມີອາຍຸ65ປີຂຶ້ນໄປ ໂດຍບໍ່ໄດ້ໃຫ້ຄວາມສົນໃຈຕໍ່ຄວາມສ່ຽງທີ່ເຂົາເຈົ້າຜະເຊີນໜ້ານັ້ນ.

ຕາມຂ່າວແຈ້ງວ່າ: ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປະກາດໃນວັນທີ12ພຶດສະພານີ້ວ່າ:ນັບລວມແລ້ວມີຊາວອາເມຣິກາ1ລ້ານຄົນເສຍຊີວິດຍ້ອນພະຍາດໂຄວິດ-19.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

Back to top button