ໜ້າເຫັນໃຈ..!! ບາງຄົນມາກ່ອນຖ້າ 2-3 ຊົ່ວໂມງ ບໍ່ໄດ້ໃສ່

ຈາກຜູ້ໃຊ້ເຟສບຸກຊື່ ทูนทองใจ พมมะสุกขา ໄດ້ໂພສວ່າ: ມື້ນີ້(17/5/2022),​ ເວລາ​ 11:40 ໂມງ,​ ໄປຕໍ່ຄິວໃສ່ນໍ້າມັນຢູ່ປໍ້າ​ ປຕທ​ ຫຼັກ​ 2 ນະຄອນປາກເຊ, ໃຊ້ເວລາ​ 1 ຊົ່ວໂມງ​ ຈິ່ງໄດ້ໃສ່​,​ ບໍ່ວ່າກັນນໍ ໃຜກໍມີຄວາມຈໍາເປັນຄືກັນ.

#ແຕ່ທີ່ຢາກເວົ້າ ຄືມີພະນັກງານປໍ້ານໍ້າມັນຄົນໜຶ່ງ​ ເຮັດບໍ່ເໝາະສົມປານ​ໃດ, ໃສ່​ນໍ້າມັນ​ແບບຫຼິ້ນເສັ້ນຫຼິ້ນສາຍ ຄື: ມີຄົນຮູ້ຈັກກັນກັບເພິ່ນ ເອົາກະຕຸກ 20 ລິດ​ 3 ຕຸກ ມາໃສ່ນໍ້າມັນ(ດັ່ງທີ່ເຫັນໃນພາບ)​ ຜູ້ກ່ຽວກໍໃສ່ໃຫ້ໂລດ ໂດຍບໍ່ແຄ ແລະ​ ບໍ່ສົນໃຈວ່າໃຜມາກ່ອນມາລຸນ,​

ບໍ່ເຫັນໃຈຜູ້ທີ່ມາກ່ອນ ແລະ​ ຕໍ່ຄິວຖ້າ….#ເຮັດທ້າທາຍສາຍຕາປະຊາຊົນເກີນໄປ,​ ດັ່ງນັ້ນ,​ ຈິ່ງຂໍຝາກໃຫ້ຜູ້ບໍລິຫານປໍ້າ​ ຊ່ວຍສຶກສາອົບຮົມມາລະບາດ ໃຫ້ຜູ້ກ່ຽວຕື່ມແນ່…

ແຫລ່ງທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button