ຖອນໃບອະນຸຍາດ ຖ້າຫາກພົບວ່າ ມີການຂຶ້ນລາຄາສິນຄ້າ ລະຫວ່າງການລະບາດຂອງໂຄວິດ-19

ທາງການລາວຈະຖອນໃບອະນຸຍາດຂອງບັນດາໜ່ວຍທຸລະກິດການຄ້າ ທີ່ໄດ້ສວຍໂອກາດຂຶ້ນລາຄາສິນຄ້າ

ທ່ານພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງວ່າ ບັນດາຫົວໜ່ວຍທຸລະກິດການຄ້າ ແລະບໍລິການຈະຖືກຖອນໃບອະນຸຍາທັນທີ ໂດຍບໍ່ມີ ການຕັກເຕືອນຖ້າຫາກຖືກກວດກາພົບວ່າ

ໄດ້ສວຍໂອກາດປັບຂຶ້ນລາຄາສິນຄ້າ ແລະບໍລິການ ໃນທ່າມ “ກາງສະພາບການທີ່ເກີດການລະບາດຍພະຍາດໄວຣັສ ໂຄວິດ-19 ໃນປັດຈຸບັນເພາະການກະທຳດັ່ງກ່າວຖືເປັນການຊໍ້າຕື່ມຄວາມຍາກລຳບາກໃຫ້ກັບປະຊາຊົນລາວທີ່ຖືກກະທົບ ຈາກການລະບາດໄວຣັສໂຄວິດ-19 ສະນັ້ນຈຶ່ງເຮັດ ໃຫ້ທາງການລາວ ຕ້ອງດຳເນີນມາດຕະການລົງໂທດຢ່າງເດັດຂາດ ຕໍ່ບັນດາຫົວ ໜ່ວຍທຸລະກິດທີ່ສວຍໂອກາດດັ່ງກ່າວດັ່ງທີ່ທ່ານພູວົງ ຢືນຢັນວ່າ:

“ໃຫ້ອົງການປົກຄອງເມືອງສືບຕໍ່ຫ້າມບຸກຄົນ ແລະນິຕິບຸກຄົນສວຍໂອກາດກັກຕຸນ ແລະຂຶ້ນລາຄາສິນຄ້າ ອຸບປະໂພກ ແລະບໍລິໂພກ ອຸບປະກອນການແພດ ແລະ ສິນຄ້າອື່ນໆທີ່ຈຳເປັນຕໍ່ການດຳລົງຊີວິດໃຫ້ຜະແນກ ແລະ

ຫ້ອງການອຸດສາຫະກຳ ການຄ້າເຮັດໜ້າທີ່ຕິດຕາມກວດກາ ຮ່ວມກັບເມືອງ ບ້ານ ແລະກອງບັນຊາການ ປ້ອງກັນຄວາມສະງົບ(ປກສ) ຖ້າພົບເຫັນການລະເມີດແມ່ນໃຫ້ປະຕິບັດມາດຕະ ການ ການຖອນໃບອະນຸຍາດດຳເນີນກິດຈະການ ບໍ່ອະນຸຍາດໃຫ້ມີການສຶກສາອົບ ຮົມຕື່ມອີກ ແລະໃຫ້ດຳເນີນຕາມກົດໝາຍຢ່າງເຂັ້ມງວດ.”

ທັງນີ້ ກະຊວງອຸດສາຫະກຳ ແລະການຄ້າໄດ້ຈັດຕັ້ງໜ່ວຍສະເພາະກິດເພາະກິດ ເພື່ອຄວບຄຸມລາຄາສິນຄ້າໃນທ່າມກາງການລະບາດໄວຣັສໂຄວິດ-19 ຕາມຄຳ ສັ່ງຂອງນາຍົກລັດຖະມົນຕີ ເລກທີ 15 ທີ່ຕ້ອງການຈະຫລຸດຜ່ອນຜົນກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ເກີດຈາກການສວໂອກາດປັບຂຶ້ນລາຄາສິນ ຄ້າຂອງບັນດາພໍ່ຄ້າຄົນກາງ ແລະເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ມີປະສິດທິ ພາບຢ່າງແທ້ຈິງ ໜ່ວຍສະເພາະກິດຊຸດນີ້ຍັງມີອຳນາດລົງໂທດພໍ່ຄ້າທີ່ສວຍໂອ ກາດດັ່ງກ່າວດ້ວຍ.

ສ່ວນທ່ານນັນຕາ ສານຸວົງ ຮອງຫົວໜ້າຜະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ຖະແຫຼງຍອມຮັບວ່າລາຄາສິນຄ້າອຸບປະໂພກບໍລິໂພກ ໄດ້ປັບ ໂຕສູງຂຶ້ນຢ່າງຕໍ່ເນື່ອງໂດຍພາກສ່ວນທີ່ຮັບຜິດຊອບ ບໍ່ສາມາດຈະດຳເນີນມາດຕະ ການແຊກແຊງເພື່ອຄວບຄຸມລາຄາໄດ້ໃນການຈັດຕັ້ງປະຕິບັດໂຕຈິງຍ້ອນວ່າ

ສິນ ຄ້າສ່ວນໃຫຍ່ນໍາເຂົ້າຈາກຕ່າງປະເທດ ສ່ວນສິນຄ້າທີ່ຜະລິດຢູ່ໃນລາວ ກໍຍັງມີຕົ້ນທຶນການຜະລິດສູງ ເພາະວ່າລາວຍັງຕ້ອງນຳເຂົ້າປັດໄຈການຜະລິດທີ່ສຳຄັນນຳເຂົ້າຈາກຕ່າງປະເທດເຊັ່ນນໍ້າມັນ ອາຫານສັດ ແລະເຄື່ອງມືອຸບປະກອນໃນການຜະລິດສິນຄ້າຕ່າງໆນັ້ນ ໂດຍການນຳເຂົ້າສິນຄ້າດັ່ງກ່າວກໍຍັງສົ່ງຜົນກະທົບເຮັດ ໃຫ້ເງິນກີບອອ່ນຄ່າລົງ ທຽບໃສ່ເງິນຕາຕ່າງປະເທດອີກດ້ວຍດັ່ງທີ່ທ່ານນັນຕາ ໃຫ້ການຢືນຢັນວ່າ:

“ປະເທດລາວ ແມ່ນປະເທດນຶ່ງທີ່ນໍາເຂົ້າສິນຄ້າເປັນສ່ວນໃຫຍ່ ເຖິງວ່າຈະຜະລິດ ພາຍໃນຊິ້ນສ່ວນປະກອບກໍຍັງແມ່ນນໍາເຂົ້າ ໂດຍສະເພາະນຶ່ງໃສ່ຫລັກກໍແມ່ນມາຈາກອັດຕາການແລກປ່ຽນໃນປັດຈຸບັນນີ້ອັນທີສອງກະແມ່ນລາຄານໍ້າມັນເຊື້ອໄຟທີການປັບຂຶ້ນຖືວ່າໃນ 6ເດືອນ 7 ເດືອນມານີ້ ຖືວ່າ

ການປັບຂຶ້ນລາຄານໍ້າມັນມີເຖິງ 12 ຄັ້ງ ກະກະທົບໃສ່ປັດໃຈການຂົນສົ່ງ ໂຕສຸດທ່້າຍນີ້ກະແມ່ຄ່າໄຟຟ້າກະເພີ້ມຂຶ້ນ ຈາກນັ້ນຈຶ່ງເຮັດໃຫ້ຕົ້ນທຶນຂອງການຜະລິດສູງຂຶ້ນ.”

ສ່່ວນທ່ານວໍລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະການຄ້າ ກໍຖະແຫຼງຢືນຢັນວ່າ ລັດຖະບານລາວໄດ້ຮຽກຮ້ອງຂໍຄວາມ ຮ່ວມມືຈາກບັນດາວິສາຫະກິດການຄ້າໃນທົ່ວປະເທດ ໃຫ້ປະກອບສ່ວນເຂົ້າໃນ ມາດຕະການຮັບມືກັບການລະບາດໄວຣັສໂຄວິດ-19 ດ້ວການຊ່ວຍຮັບປະກັນ ດ້ານສະບຽງອາຫານ ແລະເຄື່ອງອຸບປະໂພກບໍລິໂພກ ທີ່ຈຳເປັນໃນຊີວິດປະ

ຈຳວັນສຳລັບປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໃຫ້ໄດ້ບໍ່ຕໍ່າກວ່າ 2 ເດືອນ ໂດຍສະເພາະແມ່ນສະບຽງອາຫານ ແລະສິນຄ້າອຸບປະໂພກບໍລິໂພກ ທີ່ລາວ ຜະລິດໄດ້ຍັງບໍ່ພຽງພໍກັບຄວາມຕ້ອງການພາຍໃນປະເທດນັ້ນ ຍິ່ງຈະຕ້ອງ ໄດ້ຮັບການ ຮ່ວມມືຈາກວິສາຫະກິດການຄ້າຂາອອກ ຂາເຂົ້າເປັນກໍລະນີພິເສດ.

ທັງນີ້ ໂດຍລັດຖະບານລາວໄດ້ກຳນົດລາຄາຈຳໜ່າຍສິນຄ້າອຸບປະໂພກບໍລິໂພກ ທີ່ຈຳເປັນໃນຫຼາຍລາຍການດ້ວຍກັນເຊັ່ນ

ເຂົ້າໜຽວຊັ້ນ 1 ແລະຊັ້ນ 2 ກໍານົດລາ ຄາຈຳໜ່າຍໄວ້ທີ່ລະດັບ 9,000 ກີບ ແລະ 8,000 ກີບ ຕໍ່ກິໂລກຣາມ

ເຂົ້າຈ້າວ ສະນິດພິເສດແລະທຳມະດາລາຄາ 10,000 ກີບກັບ 8,000 ກີບ ຕໍ່ກິໂລກຣາມ

ຊີ້ນງົວ ຄວາຍປະເພດ 1 ແລະ2 ລາຄາ70,000 ກີບ ແລະ 65,000 ກີບຕໍ່ກິ ໂລກຣາມ

ຊີ້ນໝູປະເພດ 1 ກັບ 2 ລາຄາ40,000 ກີບ ແລະ 35,000 ກີບຕໍ່ ກິໂລກຣາມ

ໄຂ່ໄກ່ເບີ 1 ແລະເບີ 2 ລາຄາແຕະລະ35,000 ກີບ ແລະ 30,000 ກີບ

ຊີ້ນໄກ່ພັນ ໄກ່ລາດ ລາຄາ 25,000 ກີບ ແລະ 50,000ກີບ ຕໍ່ກິໂລກຣາມ

ປານິນ ປາດຸກ 25,000 ກີບຕໍ່ກິໂລກຣາມ

ໝີ່ໄວໆ ໝີ່ຍຳຍໍາ 45,000ຕໍ່ແກັດ

Leave a Reply

Your email address will not be published. Required fields are marked *

Back to top button