ຊົມເຊີຍເຈົ້າຫນ້າທີ່! ຈັ ບຕົວ ພໍ່ຄ້າຫນຸ່ມ ລາຍໃຫຍ່

ປກສ ນະຄອນໄກສອນ ຈັບຕົວຊາຍຫນຸ່ມຂາຍຢາເສບຕິດ 700.000 ກວ່າເມັດ. ໃນວັນທີ 13/5/2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ

ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດນະຄອນໄກສອນພົມວິຫານ ສາມາດຈັບເປົ້າຫມາຍ 1 ຄົນ ພ້ອມຢາບ້າ 700.000 ກວ່າເມັດ.

,,

ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ : ໃນເວລາປະມານ 13:00 ໂມງ ຂອງວັນທີ 13.5.2022 ເຈົ່າຫນ້າທີ່ ເຄື່ອນໄຫວຮອດເຂດບ້ານຫົວເມືອງໃຕ້ ໄດ້ພົບເຫັນເປົ້າໝາຍຄ້າ-ຂາຍຢາເສບຕິດ,

ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເຂົ້າຈັບກຸມ, ເມື່ອເປົ້າໝາຍເຫັນເຈົ້າໜ້າທີ່ກໍ່ໄດ້ເອົາຕົວຫຼົບໜີ ແລ້ວຖິ້ມເຄື່ອງຂອງກາງໄວ້ໃນສະຖານທີ່ດັ່ງກ່າວ. ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດ (ຢາບ້າ) ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ,

,,

ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສຸມກໍາລັງຕິດຕາມຊອກຄົ້ນຫາເປົ້າໝາຍດັ່ງກ່າວເພື່ອຈັບກຸມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ. ມາຮອດເວລາປະມານ 20:00 ໂມງຂອງວັນດຽວກັນ ຈຶ່ງສາມາດຈັບຕົວເປົ້າໝາຍດັ່ງກ່າວໄດ້ ເຊິ່ງມີຊື່

ທ້າວ ໄຊສົມພອນ ຫຼື ບອຍ ອາຍຸ 26 ປີ, ວ່າງງານ, ບ້ານລັດຕະນະລັງສີເໜືອ ນະຄອນໄກສອນພົມວິຫານ ພ້ອມທັງທໍາການກວດຄົ້ນຕົວຂອງຜູ້ກ່ຽວໄດ້ພົບເຫັນຢາອີ ຈໍານວນ 16 ເມັດ ຊຸກເຊື່ອງໄວ້ໃນຖົງໂສ້ງທາງເບື້ອງຂວາ, ມີໂທລະສັບມືຖືຍີ່ຫໍ້ຊໍາຊຸງ A72 ສີດໍາ 1 ໜ່ວຍ.

,,

ຈາກນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນໍາຕົວຜູ້ກ່ຽວໄປກວດຄົ້ນເຄຫະສະຖານບ່ອນທີ່ຜູ້ກ່ຽວພັກອາໄສຢູ່ບ້ານຫົວເມືອງໃຕ້

ຜ່ານການກວດຄົ້ນຫ້ອງນອນຂອງຜູ້ກ່ຽວໄດ້ພົບເຫັນສິ່ງທີ່ຜິດຕໍ່ລະບຽບກົດໝາຍຄື: ຢາເສບຕິດ (ຢາບ້າ) ຈໍານວນ 378 ມັດ ກັບອີກ 78 ເມັດ ເທົ່າກັບ 756.078 ເມັດ, ຢາອີ ຈໍານວນ 4 ຖົງ ເທົ່າກັບ 361 ເມັດ, ອາວຸດປືນສັ້ນ 1 ກະບອກ

ພ້ອມລູກກະສຸນຈໍານວນ 60 ລູກ. ລວມເຄື່ອງຂອງກາງທັງໝົດທີ່ຢຶດໄດ້ມີຢາບ້າ 381 ມັດ ກັບອີກ 78 ເມັດ ເທົ່າກັບ 762.078 ເມັດ, ຢາອີ 377 ເມັດ, ປືນສັ້ນ 1 ກະບອກ ພ້ອມກະສຸນ 60 ລູກ ແລະພາຫະນະລົດຈັກຍີ່ຫໍ້ຮອນດ້າ ລຸ້ນສະກຸບປີ້ໄອສີຄີມ 1 ຄັນ.

Leave a Reply

Your email address will not be published. Required fields are marked *

Back to top button