ຫນຸ່ມໄດ້ແຕ່ຈົ່ມ ຕັ້ງໃຈຮຽນ ຈົນໄດ້ໃບແດງໆມາ ສຸດທ້າຍຂາຍເຂົ້າປຸ້ນຢູ່ບ້ານ

ຈາກຜູ້ໃຊ້ເຟສບຸກຊື່Sengchanh Keokhamsouk ໄດ້ໂພສວ່າ:  ບໍ່ວ່າງຢ່າອ່ານ ຂ້ອຍຈົ່ມຊື່ໆ ກ່ອນອື່ນບອກນ້ອງໆຢ່າຮຽນຕໍ່ຖ້າບໍ່ມີເສັ້ນສາຍໃຫຍ່ພຽງພໍ

ຖ້າຂ້ອຍຢາກເຮັດວຽກໃນໂຮງງານ ຢາກເຮັດວຽກໃຊ້ແຮງງານ ຂ້ອຍບໍ່ຈຳເປັນຕັ້ງໃຈຮຽນລຳບາກປານນີ້ ບໍ່ຕ້ອງເສຍເງີນຮຽນຫລາຍປານນີ້ ບໍ່ຕ້ອງຈົບປະລິນຍາຕີກະເຮັດໄດ້

ເວລາຮຽນບັງຄັບໃຫ້ຂ້ອຍຮຽນ ຕັ້ງໃຈຮຽນຊ່ຳໃດກະຍັງວ່າບໍ່ດີພໍ @ແລ້ວທີຂ້ອຍຈົບມາ #ດ້ວຍກຽດນິຍົມອັນດັບ1 ເລື່ອງຄວາມຮູ້ ຄວາມສາມາດບໍ່ນ້ອຍຫນ້າໃຜດອກ

ແລ້ວມີວຽກຮອງຮັບຂ້ອຍບໍ ກົດດັນໃຫ້ໄປເຮັດວຽກນຳໂຮງຈັກໂຮງງານໂດຍບໍ່ມີລະດັບຂັ້ນເງີນເດືອນຕ່າງຈາກຜູ້ບໍ່ໄດ້ຮຽນເລີຍ ດີບໍ່ດີໄດ້ເງີນຫນ້ອຍກວ່າຜູ້ບໍ່ໄດ້ຮຽນອີກ ເງີນເດືອນ1-2ລ້ານ ແຕ່ຄ່າຄອງຊີບ3-4ລ້ານຕໍ່ເດືອນຍັງບໍ່ພໍ

🏳ຢາກພັດທະນາຊັບພະຍາກອນມະນຸດແຕ່ບໍ່ມີການສ້າງແຮງຈູງໃຈຫລືແຮງກະຕຸ້ນຕໍ່ແນວຄວາມຄິດມີແຕ່ໃຫ້ໄປຕາມເປັນຕາມເກີດໃຜມັນ

ເຊື່ອຫມັ້ນໃນແນວຄິດການເມືອງເພາະມີຄວາມສະຖຽນນະພາບດີ ແຕ່ການຈັດສັນບຸກຄະລາກອນຍັງບໍ່ເກີດດອກອອກຜົນເທົ່າທີ່ຄວນ

ຕັ້ງໃຈຮຽນເກືອບຕາຍສຸດທ້າຍຂາຍເຂົ້າປຸ້ນຢູ່ບ້ານ

Leave a Reply

Your email address will not be published. Required fields are marked *

Back to top button