ຮຽນຮູ້ຈາກເພີ່ນ..2 ຜົວເມຍ ສູ້ຊົນຄຽງຂ້າງກັນ ປູກສາລີຂາຍຈົນມີລົດໃຫຍ່ ແລະ ເຮືອນ

ຜູ້ທີ່ກຳລັງລົງມືເຮັດກະສິກຳເປັນອາຊີບ ແມ່ນທ່ານກຳລັງມາຖືກທາງ ເນື່ອງຈາກເຫັນຫຼາຍຄອບຄົວ ແລະ ຫຼາຍທ່ານປະສົບຜົນສຳເລັດທີ່ເຮົາເຄີຍນຳສະເໜີໄປ ເຮັດເອງເປັນຂອງເຮົາເອງ ຜົນກຳໄລບໍ່ຕ້ອງແບ່ງໃຜ ແຕ່ຕ້ອງມີໃຈໃຫ້ກັບມັນແດ່ ດັ່ງກັບຄອບຄົວນີ້.

ທ່ານ ແອ ສິງພາວົງ ອາຍຸ 53 ບ້ານ ເວີນ ເມືອງມະຫາໄຊ ແຂວງຄໍາມ່ວນ ແມ່ນຄອບຄົວໜຶ່ງມີຄວາມໂດດເດັ່ນໃນການປູກພືດເພື່ອປັນສິນຄ້າ , ປະຈຸບັນພາຍໃນຄອບຄົວຂອງລາວປະກອບມີ 2 ຄົນ ( ຜົວ-ເມຍ ) ສ່ວນບັນດາລູກໆແມ່ນສ້າງຄອບຄົວ ແລະ ອອກເຮືອນໝົດແລ້ວ .

ນາງ ແອ ສິງພາວົງໄດ້ເລົ່າສູ່ຟັງວ່າ : ແຕ່ກ່ອນຄອບຄົວແມ່ນຍຶດຖືເອົາອາຊີບເຮັດນາປີ ແລະ ນາແຊງຢູ່ໃນເນື້ອທີ່ດຽວກັນປະມານ 0,75 ເຮັກຕາ , ຜົນຜະລິດເຂົ້ານາປີໄດ້ 50 ເປົາ ແລະ ນາແຊງ 110 ເປົາຕໍ່ປີ, ສ່ວນເຂົ້ານາປີເອົາໄວ້ເປັນສະບຽງອາຫານ , ສໍາລັບເຂົ້ານາແຊງແມ່ນຂາຍເປັນສິນຄ້າສະເລ່ຍລາຍຮັບຈາການຂາຍເຂົ້າປີລະ 9 ລ້ານກີບ .

ນອກຈາກນັ້ນຍັງໄດ້ລ້ຽງຄວາຍຈໍານວນ 5 ໂຕ,ງົວຈໍານວນ 3 ໂຕ ແລະ ສັດປີກນໍາອີກທ່ານ ແອ ເລົ່າຕໍ່ວ່າ : ພາຍຫຼັງທີ່ສໍາເລັດຈາກລະດູການເຮັດນາປີໃນແຕ່ລະປີຄອບຄົວແມ່ນຫວ່າງວຽກຕົນເອງແລະເມຍຈິ່ງໄດ້ປຶກສາກັນວ່າຄວນຊອກຫາອາຊີບເສີມມາເຮັດເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ

ຫຼັງສໍາເລັດຈາກເຮັດນາປີເຊິ່ງຄອບຄົວຂອງລາວແມ່ນເປັນຄອບຄົວທໍາອິດທີ່ໄດ້ລິເລີ່ມໃນການປູກສາລີພັນເຂົ້າໜຽວເມື່ອປີ 2006 ໂດຍໄດ້ທໍາການປູກທົດລອງເຮັດໄປຕາມຄວາມມັກເຊິ່ງໄດ້ປູກໃສ່ໄຮ່ນາມີເນື້ອທີ່ປູກພຽງແຕ່ 0,20 ເຮັກຕາໃຊ້ແນວພັນ 1 ກິໂລ , ງວດທໍາອິດຂາຍໄດ້ 5 ລ້ານກີບ .

ຍ້ອນບໍ່ຮູ້ຊອກທາງຕະຫຼາດຈໍາໜ່າຍແດ່ ແລະ ບໍ່ຮູ້ວ່າຈະໄດ້ຮັບໝາກຜົນສໍາໃດປີຕໍ່ມາເມື່ອເຫັນວ່າການເຮັດທົດລອງໄດ້ຮັບໝາກຜົນດີລາວເລີຍຕໍ່ຍອດບົດຮຽນຈາກການຂາຍໃນງວດທໍາອິດເຊິ່ງໄດ້ຫັນມາປູກສາລີແບບຈິງຈັງໃນປີ 2015 ໂດຍໄດ້ຂະຫຍາຍເນື້ອທີ່ປູກເພີ່ມຂຶ້ນ ແລະ ໄດ້ຊື້ແນວພັນໄລຍະທໍາອິດຈາກຕະຫຼາດທ່າແຂກຈໍານວນ 6 ຖົງ , ສະເລ່ຍຖົງລະ 150.000 ກີບ /ກິໂລ ນໍາມາປູກໃສ່ໄຮ່ນາ

ໃນເນື້ອທີ່ 0,80 ເຮັກຕາ , ຂາຍໄດ້ເງິນ 13 ລ້ານກີບ , ສະເລ່ຍໂລລະ 2,5 ລ້ານກີບການປູກສາລີໃນປີໜຶ່ງແມ່ນສາມາດປູກໄດ້ 2 ເທື່ອໂດຍນໍາໃຊ້ແນວພັນປູກໃນໄລຍະສັ້ນ ( ແນວພັນ 3 ເດືອນ ) ເຊິ່ງໄລຍະທີ 1 ເລີ່ມປູກແຕ່ເດືອນພະຈິກຫາເດືອນມັງກອນ ແລະ ໄລຍະທີ 2 ເລີ່ມປູກແຕ່ເດືອນກຸມພາຫາເດືອນເມສາ , ສໍາລັບການຂາຍສາລີແມ່ນມີ 2 ງວດ ,

ຂາຍເປັນເປົາເຊິ່ງເປົາໜຶ່ງແມ່ນມີນໍ້າໜັກ 125 ກິໂລ ໃນລາຄາເປົາລະ 125.000 ກີບ , ສະເລ່ຍລາຍຮັບຈາກການຂາຍສາລີຕໍ່ງວດແມ່ນ 9 ລ້ານກີບເມື່ອຫັກລາຍຈ່າຍຕ່າງໆອອກແລ້ວຈະຍັງເຫຼືອລາຍຮັບສຸດທິຢູ່ປະມານ 17 ລ້ານກີບຕໍ່ປີ

ຈາກໝາກຜົນຂອງຄວາມດຸໝັ່ນຂະຫຍັນພຽນໃນການຊອກຢູ່ທໍາກິນຈິ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເຊິ່ງເຫັນໄດ້ພາຍໃນຄອບຄົວໄດ້ຊື້ລົດຮຸນໄດຈໍານວນ 1 ຄັນ ແລະ ໄດ້ສ້ອມແປງເຮືອນຊານຂອງຕົນໃຫ້ມີຄວາມແໜ້ນໜາຖາວອນຈາກເມື່ອກ່ອນເປັນເຮືອນຊັ້ນດຽວມາຮອດປະຈຸບັນແມ່ນ

ໄດ້ປັບປຸງສ້ອມແປງເປັນເຮືອນສອງຊັ້ນທັງໝົດນັ້ນແມ່ນໄດ້ມາຈາກນໍ້າພັກນໍ້າແຮງຂອງສອງຜົວເມຍທີ່ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ຊີວິດຮ່ວມກັນສຳລັບຂໍ້ຫຍຸ້ງຍາກໃນການປູກແມ່ນຈໍານວນແຮງງານຕົ້ນຕໍໃນຄອບຄົວມີໜ້ອຍ ແລະ

ເພີ່ມຄວາມເອົາໃຈໃສ່ໃນການບົວລະບັດຫຼັກໆແມ່ນການປ້ອງກັນບໍ່ໃຫ້ສັດຕູພືດທໍາລາຍ .

ສ່ວນຂໍ້ສະດວກໃນການປູກແມ່ນນໍາໃຊ້ໄດດູດນໍ້າຈາກແມ່ນໍ້າເຊບັ້ງໄຟເພື່ອຫົດສາລີເນື່ອງຈາກວ່າພື້ນທີ່ປູກແມ່ນໃກ້ກັບແມ່ນໍ້າ .

ຈາກ: Khammouane News

Leave a Reply

Your email address will not be published. Required fields are marked *

Back to top button