ທາມລາຍ ຜູ້ຕິດເຊື້ອໃນຊຸມຊົນ ນະຄອນຫວງວຽງຈັນ

ຈາກຜົນກວດເຊື້ອຫລືເກັບຕົວຢ່າງມື້ວານນີ້ ມີທັງຫມົດແມ່ນ ຕົວຢ່າງ, ເຊີ່ງໃນນັ້ນກວດພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ 127 ຄົນ.(​ຊຸມຊົນ 54 ຄົນ.)! ຜູ້ຕິດເຊື້ອສະສົມ ທັງໝົດ, ເສຍຊີວິດສະສົມ 16 ຄົນ..

ນະຄອນຫລວງມື້ນີ້ຫນັກຫລາຍ11 (ນໍາເຂົ້າ) , 24 (ຊຸມຊົນ)

1) ບ້ານ ອາມອນ, ເມືອງ ໄຊເສດຖາ ມີ 02 ຄົນ (ພໍ່ ກັບລູກ)​

2) ບ້ານ ດອນນົກຂຸ້ມ 02 ຄົນ.

3) ບ້ານ ດົງນາຊົກໄຕ້, ເມືອງ ສີໂຄດ ມີ 01 ຄົນນັກສຶກສາປາກປ່າສັກ (ແຕ່ພັກຮຽນ), ເຮັດວຽກເສີມຢູ່ຮ້ານ Mini BigC ສາຂາແຖວທະນາຄານກາງຜູ້ກ່ຽວພັກຢູ່ຫ້ອງແຖວດຽວກັນກັບກໍລະນີຕິດເຊື້ອທີ່ລາຍງານວັນທີ 11/9 (ກໍລະນີ 17170) ບໍ່ໄດ້ສຳຜັດໂດຍກົງ ບໍ່ໄດ້ເຈີກັນ , ຜູ້ກ່ຽວພັກຢູ່ຫ້ອງເບິ 10 ແລະ ຜູ້ຕິດເຊື້ອ 17170 ພັກຢູ່ຫ້ອງເບີ 12ໝາຍເຫດ: ຢູ່ຫ້ອງນຳກັນ 3 ຄົນລວມທັງຜູ້ກ່ຽວ, ໝູ່ 2 ຄົນໄດ້ເກັບຕົວຢ່ງພ້ອມກັນຢູ່ບຶງຂະຫຍອງວັນທີ 13/9.

4) ບ້ານ ໄຊສະຫວ່າງ ເມືອງ ໄຊທານີ 02ຄົນ ເປັນ ວິຊາການ ຊ່າງແປງຈັກ ຂອງ ໂຮງງານຕັດຫຍິບ ອິນເຕີເມັດ ແຟຊັນ, (ຄົນໄທ ທັງສອງຄົນ).

5) ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ ມີ 03 ຄົນ (ຄອບຄົວດຽວກັນ)ບໍ່ມີອາການທັງ 3 ຄົນ, ທັງສາມຄົນເດີນທາງໄປຮ່ວງານສົບຢູ່ສາງນ້ຳມັນນະຄອນປາກເຊ ວັນທີ 3-10/09/2021 ພ້ອມກັນກັບ 9 ຄົນ ທີ່ລາຍງານມື້ນີ້ ໃນຄອບຄົວ ມີອີກ 4 ຄົນ ທີ່ເປັນຜູ້ສຳຜັດໃກ້ຊິດ (ຈະໄປກວດມື້ອື່ນ ທີ 14 ກັນຍາ): ເມຍ, ລູກອີກ 2 ຄົນ.

6) ບ້ານ ດອນກະຊາຍ, ເມືອງຫາດຊາຍຟອງ 4 (ເປັນຄອບຄົວດຽວກັນ ພໍ່ແມ່ ແລະລູກ ເດີນທາງ ໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ)

7) ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ 01, ຂັບລົດທ່ອງຖ່ຽວ, ປະຫວັດເດີນທາງ ໄປເຮືອນດີບ້ານສາງນໍ້າມັນ, ນະຄອນປາກເຊ ຊ່ວງວັນທີ 4-6/9; ຊ່ວງກັບມານະຄອນຫລວງວຽງຈັນ ວັນທີ 11 ຜູ້ກ່ຽວ ໄປຊ່ວຍວຽກເຮືອນດີ ບ້ານ ໂພນເຄັງ (ຂັບລົດຮັບສົ່ງຄູບາ); ແຕ່ງານສົ່ງສະການ ແມ່ນຢູ່ຮ່ອງສຸພາບ.

8) ບ້ານ ດົງໝາກຄາຍ 01 ເພດຍີງ ພະນັກງານລັດ ພະແນກຊັບພະຍາກອນນໍ້າ ນະຄອນຫລວງວັນທີ 4-6/9: ໄດ້ເດີນທາງໄປເຮືອນດີຢູ່ບ້ານສ້າງນ້ຳມັນ ນະຄອນປາກເຊ ແລະ ໄດ້ພັກຢູ່ບ້ານພັກດາວວຽງ 2 – ວັນທີ 7-10/9:

ໄປວຽກປົກະຕິ (ເພື່ອນຮ່ວມງານທີ່ນັ່ງຢູ່ຫ້ອງດຽວກັນປະມານ 10 ຄົນ) ໝາຍເຫດ: ຄົນໃນຄອບຄົວມີ 5 ຄົນ , ຕິດເຊື້ອແລ້ວ 2 ຍັງແຕ່ລູກ 3 ຄົນ (ອາຍຸ 15 ປີ ເພດຍິງ, ອາຍຸ 12 ປີ ເພດຊາຍ: ມີໄຂ້ວັນທີ 10/9 ແລະ ອາຍຸ 3 ປີ ເພດຊາຍ)ວັນທີ 10/9:

ຜູ້ກ່ຽວໄດ້ໄປຮັບເອົາລູກຊາຍ ອາຍຸ 12 ປີ ຢູ່ແຂວງວຽງຈັນ ເມືອງໂພນໂຮງ ບ້ານໂພນງາມ ເພາະລູກຊາຍໄປຢູ່ກັບແມ່. ຕອນໄປຮັບບໍ່ໄດ້ເຈີໃຜ ເຈີແຕ່ແມ່ ແຕ່ກໍ່ບໍ່ໄດ້ລົມກັນ . ເບີໂທນ້ອງສາວຢູ່ບ່້ານໂພນງານ: 020 22477973 ນາງແຟນຕ້າ.

9) ກຸ່ມຕະຫລາດ ດົງໝາກຄາຍ , ເມືອງໄຊທານີທັງໝົດ 06 ຄົນ (ເຊື່ອມໂຍງກັນ ຜູ້ ຂາຍຜັກ ຕະຫລາດດອນໜູນ ທີ່ລາຍງານ ຕິດເຊື້ອ ໃນ ອາທິດຜ່ານມາ)ບ້ານ ດ່ານຊ້າງ 03 ຄົນບ້ານ ໂນແສງຈັນ 01ບ້ານ ລາດຄວາຍ 01 ຄົນ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ.

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້

Leave a Reply

Your email address will not be published. Required fields are marked *

Back to top button