ກົມຕໍາຫຼວດຈະລາຈອນ ຊີ້ແຈງບັນຫາການຕັ້ງຈຸດກວດກາຢູ່ເຂດເມືອງທ່າພະບາດ ຈັບ​ຄວາມໄວ​

ກົມຕໍາຫຼວດຈະລາຈອນ ຊີ້ແຈງບັນຫາການຕັ້ງຈຸດກວດກາຢູ່ເຂດເມືອງທ່າພະບາດ ໃນວັນທີ 16 ພຶດສະພາ 2022, ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເປີດເຜີຍ ແລະ ຊີ້ແຈງກ່ຽວກັບ

ຫາງສຽງຂອງປະຊາຊົນ ກໍຄືຜູ້ໃຊ້ລົດໃຊ້ຖະໜົນທີ່ເກີດຄວາມບໍ່ພໍໃຈ ທີ່ຖືກເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ຕັ້ງຈຸດກວດກາຢູ່ເສັ້ນທາງ 13 ໃຕ້ ໃຊ້ມາດຕະການປັບໃໝຜູ້ກ່ຽວໃນການໃຊ້ຄວາມໄວເກີນກໍານົດປ້າຍຫ້າມໃນເຂດກໍ່ສ້າງເສັ້ນທາງ ຈໍານວນ 150.000 ກີບ ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານໃນລົດບໍ່ພໍໃຈຈຶ່ງໄດ້ຖ່າຍຮູບພາບ ແລະ ຄິບວີດີໂອແລ້ວເຜີຍແຜ່ລົງສື່ສັງຄົມອອນລາຍ. ພັທ ແກ້ວມາລາ ແສງທອງ ກ່າວວ່າ:

ຈາກເຫດການທີ່ເກີດຂຶ້ນໃນເວລາປະມານ 15:00 ຂອງວັນທີ 12 ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ

ຕັ້ງຈຸດກວດກາຢູ່ເສັ້ນທາງ 13 ໃຕ້ (ກິໂລແມັດທີ 71 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຫາ ກິໂລແມັດທີ 346 ເມືອງໄຊບັ້ງໄຟ ແຂວງຄໍາມ່ວນ) ເພື່ອເປັນການສືບຕໍ່ໃນການຈັດຕັ້ງປະຕິບັດໜ້າທີ່ຕາມແຜນການຂອງກົມຕໍາຫຼວດຈະລາຈອນ;

ໃນນັ້ນ, ໄດ້ກວດກາລົດກະບະ ໝາຍເລກທະບຽນ ກກ 6084 ອຸດົມໄຊ ເຊິ່ງຂັບໂດຍນາງ ແສງທຽນ ແລະ ຜ່ານການກວດເອກະສານພົບວ່າຜູ້ຂັບຂີ່ບໍ່ມີໃບຂັບຂີ່, ລົດບໍ່ໄດ້ກວດກາເຕັກນິກ ແລະ ໜັງສືຢັ້ງຢືນເຕັກນິກລົດຂອງຜູ້ກ່ຽວແມ່ນໝົດກໍານົດແຕ່ປີ 2021 ເຈົ້າໜ້າທີ່ຈຶ່ງໄດ້ແນະນໍາໃຫ້ໄປຕໍ່ ແລະບໍ່ໄດ້ໃຊ້ມາດຕະການປັບໃໝໃດໆຕໍ່ບັນດາເອກະສານດັ່ງກ່າວ.

ແຕ່ຜ່ານການ ກວດກາຈັບຄວາມໄວ ເຫັນວ່າຜູ້ກ່ຽວຂັບຂີ່ລົດດ້ວຍຄວາມໄວທີ່ປ້າຍກໍານົດຄວາມໄວໃນເຂດການກໍ່ສ້າງກໍານົດ ຄືຫ້າມໃຊ້ຄວາມໄວເກີນ 30 ກິໂລແມັດຕໍ່ຊົ່ວໂມງ

ແຕ່ຜູ້ຂັບຂີ່ລົດແມ່ນໄດ້ແລ່ນມາດ້ວຍຄວາມໄວສູງເຖິງ 80 ກິໂລແມັດຕໍ່ຊົ່ວໂມງ ເຈົ້າໜ້າທີ່ຈຶ່ງໄດ້ສັ່ງໃຫ້ຈອດ ພ້ອມທັງແນະນໍາກ່ຽວກັບການຈັດຕັ້ງປະຕິບັດໂດຍອີງໃສ່ດໍາລັດເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ເຊິ່ງຜ່ານການແນະນໍາຜູ້ກ່ຽວແມ່ນເຫັນດີຕໍ່ການໃຊ້ມາດຕະການປັບໃໝ ພ້ອມທັງຈ່າຍເງິນຄ່າປັບໃໝ ຈໍານວນ 150.000 ກີບ.

ຈາກນັ້ນ, ຜູ້ກ່ຽວໄດ້ກັບໄປລົດທີ່ຈອດໄວ້ຢູ່ແຄມທາງ ແລະ ຂະນະດຽວກັນ, ຜົວຜູ້ກ່ຽວທີ່ໂດຍສານມານໍາ ໄດ້ເກີດຄວາມບໍ່ພໍໃຈ ພ້ອມທັງນໍາໃຊ້ກ້ອງຖ່າຍຮູບມາຖ່າຍເປັນວີດີໂອ ແລ້ວອັບລົງເຟສບຸກສ່ວນຕົວໃນວັນທີ 14 ພຶດສະພາ 2022 ພ້ອມທັງ ມີການຕັ້ງຄໍາຖາມໃສ່ເຈົ້າໜ້າທີ່ວ່າ: ແມ່ນຕໍາຫຼວດແທ້ບໍ່ທີ່ໃສ່ເຄື່ອງແບບມາກວດກາຢູ່ນໍາທາງເຂດກໍ່ສ້າງ ແລະ ບໍ່ເຄີຍເຫັນໃນໄລຍະຜ່ານມາ;

ເປັນຫຍັງຈຶ່ງມີການກວດກາຢູ່ໃນເຂດການກໍ່ສ້າງເສັ້ນທາງ ຈາກເຫດການທີ່ເກີດຂຶ້ນ ເຮັດໃຫ້ເກີດມີສຽງວິພາກ-ວິຈານ ແລະ ຕໍ່ວ່າເຈົ້າໜ້າທີ່ພວກເຮົາໄປຕ່າງໆນາໆຜ່ານທາງສືສັງຄົມອອນລາຍ ແລ້ວຍັງມີການແຊຄຮິບດັ່ງກ່າວໂດຍບໍ່ຄໍານຶງເຖິງລະບຽບການ. ເຈົ້າໜ້າທີ່ຂໍຢືນຢັນວ່າ ດ່ານກວດກາດັ່ງກ່າວແມ່ນການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນຢ່າງແທ້ຈິງ.

ການຕັ້ງດ່ານກວດດັ່ງກ່າວ ແມ່ນອີງໃສ່ແຈ້ງການເລກທີ 02098/ຍທຂ.ຫກ ລົງວັນທີ 27 ມັງກອນ 2022 ເລື່ອງການສັນຈອນຜ່ານເສັ້ນທາງ 13 ເໜືອ (ແຕ່ສີ່ແຍກໄຟແດງສີເກີດ ນະຄອນຫຼວງວຽງຈັນ ຫາ ສາມແຍກໂພນແຮງ ແຂວງວຽງຈັນ ແລະ ເສັ້ນທາງ 13 ໃຕ້ (ກິໂລແມັດທີ 71 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຫາ ກິໂລແມັດທີ 346 ເມືອງເຊບັ້ງໄຟ ແຂວງຄໍາມ່ວນ);

ບົດລາຍງານສະບັບເລກທີ 030/ກຈຈ ລົງວັນທີ 23 ກຸມພາ 2022 ເລື່ອງຂໍອະນຸມັດໃຫ້ພະນັກງານຈັດຕັ້ງປະຕິບັດລົງເຄື່ອນໄຫວເຮັດໜ້າທີ່ໂຄສະນາ, ຕັ້ງຈຸດກວດກາຈັບຄວາມໄວ, ກວດກາທາດເຫຼົ້າ ແລະ ການຄວບຄຸມການສັນຈອນ, ການບັງຄັບໃຊ້ກົດໝາຍຂອບເຂດໂຄງການປັບປຸງສ້ອມແປງທາງຕາມເສັ້ນທາງ 13 ເໜືອ ແລະ ເສັ້ນທາງ 13 ໃຕ້ ແລະ

ອີງໃສ່ກອງປະຊຸມຂອງທະນາຄານໂລກຮ່ວມກັບຜູ້ໃຫ້ທຶນ ແລະ ໂຄງການການກໍ່ສ້າງທາງ ໂດຍປະກອບມີກົມຂົວທາງ, ກົມຂົນສົ່ງ ກະຊວງໂຍທາງທິການ ແລະ ຂົນສົ່ງ ແລະ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຕົກລົງສະຫຼຸບຕີລາຄາການຈັດຕັ້ງປະຕິບັດຢູ່ຕາມເສັ້ນທາງ 13 ເໜືອ ໂດຍສະເພາະແມ່ນຕີລາຄາຄືນກ່ຽວກັບການກໍ່ສ້າງເສັ້ນທາງດັ່ງກ່າວ

ພ້ອມທັງນໍາແຜນການຢູ່ຈຸດດັ່ງກ່າວມາຈັດຕັ້ງຜັນຂະຫຍາຍໃນການກໍ່ສ້າງເສັ້ນທາງ 13 ໃຕ້ ເນື່ອງຈາກວ່າຜູ້ໃຫ້ທຶນກໍຄື ທະນາຄານໂລກ ໄດ້ມີເງື່ອນໄຂສູງໃຫ້ແກ່ຜູ້ກໍ່ສ້າງ ແລະ ພາຍໃນໄລຍະກໍ່ສ້າງນີ້ ຖ້າຫາກມີຄົນເສຍຊີວິດເກີນ 3 ຄົນ ຫຼື ວ່າຖ້າເກີດອຸບັດຕິເຫດກໍບໍ່ໃຫ້ມີຄົນເສຍຊີວິດຢູ່ໃນເຂດກໍ່ສ້າງ; ສະນັ້ນ, ທາງກະຊວງ

ໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ຈັດຕັ້ງຄະນະກວດກາ ແລະ ຕິດຕາມໂຄງການ ພ້ອມທັງນໍາແຜນການດັ່ງກ່າວນັ້ນໄປຈັດຕັ້ງປະຕິບັດຢ່າງລະອຽດ ແລະ ເຂັ້ມງວດ ເພື່ອເປັນການປ້ອງກັນ, ສະກັດກັ້ນການເກີດອຸບັດຕິເຫດໃນເສັ້ນທາງຂອບເຂດດັ່ງກ່າວ ຖ້າຫາກມີອຸບັດຕິເຫດເກີດຂຶ້ນແລ້ວເຮັດໃຫ້ມີຜູ້ເສຍຊີວິດເກີນທີ່ກຳນົດໄວ້ໃນຂອບເຂດກໍ່ສ້າງ, ຜູ້ໃຫ້ທຶນຈະຢຸດການສະໜອງທຶນໃນອະນາຄົດ.

ທ່ານຍັງກ່າວອີກວ່າ: ການຕັ້ງດ່ານກວດກາການສັນຈອນນັ້ນ ກໍຢັ້ງຢືນແລ້ວວ່າ ຈະຊ່ວຍຫຼຸດຜ່ອນບັນຫາອຸບັດຕິເຫດໄດ້ ແຕ່ກົງກັນຂ້າມຖ້າຫາກບໍ່ມີເຈົ້າໜ້າທີ່ກວດກາ ກໍມັກຈະມີອຸບັດຕິເຫດ ເກີດຂຶ້ນເປັນປະຈຳ ດັ່ງຕົວເລກທີ່ເກີດອຸບັດຕິເຫດໃນເດືອນເມສາຜ່ານມາ ມີເຖິງ 693 ເລື່ອງ ໃນນີ້ມີ ຜູ້ເສຍຊີວິດເຖິງ 101 ຄົນ.

ຢ່າງໃດກໍຕາມ, ຮຽກຮ້ອງມາຍັງໃຊ້ລົດໃຊ້ຖະໜົນ ກໍຄືຜູ້ທີ່ນໍາໃຊ້ເສັ້ນທາງໃນໄລຍະເຂດການກໍ່ສ້າງດັ່ງກ່າວ ຈົ່ງມີສະຕິເຄົາລົບຕໍ່ບັນດາກົດລະບຽບ ແລະ ແຈ້ງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເພື່ອຫຼີກລ້ຽງບັນຫາທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ຄືດັ່ງເຫດການທີ່ກ່າວມາຂ້າງເທິງ ແລະ ທີ່ສໍາຄັນ

ຮຽກຮ້ອງມາຍັງຜູ້ເສບຂ່າວອອນລາຍຕ່າງໆ ຈົ່ງມີສະຕິສູງໃນການອ່ານ ແລະ ກົດໄລ-ກົດແຊຂ່າວ ຫຼື ຮູບພາບ-ຄຣິບວີດີໂອທີ່ອາດຈະບິດເບືອນຄວາມຈິງ-ໃສ່ຮ້າຍປ້າຍສີການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ເຊິ່ງສິ່ງດັ່ງກ່າວອາດນໍາໄປສູ່ການກະທໍາຜິດກໍອາດເປັນໄດ້.

ຊົມຄລີບ

ທີ່ມາ :ຄວາມສະຫງົບ Lao Security News

Leave a Reply

Your email address will not be published. Required fields are marked *

Back to top button