ວັນວິສາຂະບູຊາ!.. ເປັນວັນສຳຄັນຂອງຊາວພຸທທົ່ວໂລກ ຂື້ນ 15 ຄ່ຳ ເດືອນ 6

ວັນວິສາຂະບູຊາ ຂຶ້ນ ໑໕ ຄ່ຳ ເດືອນ ໖ ເປັນວັນສຳຄັນຂອງພຣະພຸທທະສາສນາອີກວັນໜຶ່ງ ແລະເປັນວັນສຳຄັນສາກົນ ຂອງຊາວພຸທທົ່ວໂລກ ຊາວລາວເຮົາກໍເຊັ່ນດຽວກັນ

ໃຫ້ຄວາມສຳຄັນກັບວັນນີ້ເປັນຢ່າງຫຼວງຫຼາຍ ໂດຍສະເພາະໃນແຕ່ລະວັດຈະຈັດກິດຈະກຳຕ່າງໆທາງດ້ານພຸທທະສາສນາ ເຊັ່ນ ໃນຕອນເຊົ້າ ພຸທທະສາສະນິກກະຊົນ ເດີນທາງໄປວັດ ເພື່ອ ໄຫວ້ພຣະສະມາທານສີລ ໃຫ້ທານ ທຳສະມາທິພາວະນາ ຟັງທັມ

ໃນຕອນຄ່ຳ ກໍມີການວຽນທຽນປະທັກຂິນສາມຮອບ ອ້ອມພັທທະສີມາ ຫຼືສາລາໂຮງທັມ ແລະຟັງທັມບາງວັດກໍຈັດກິດຈະກຳ ປະຕິບັດທັມ 2-3 ວັນກໍມີ

ດັ່ງນັ້ນຈຶ່ງຂໍເຊີນຊວນ ທ່ານທັງຫຼາຍຈົ່ງຮັກສາ ວັດທະນະທຳຊາວພຸທ ໃຫ້ຄົງຢູ່ສືບໄປ ສາທຸໆ

-ລະຄວາມຊົ່ວ ທາງກາຍ ວາຈາ ໃຈ

-ສະສົມຄວາມດີ ທາງກາຍ ວາຈາ ໃຈ

-ທຳໃຈ ໃຫ້ຜ່ອງໃສ (ດ້ວຍການທຳສະມາທິ ພາວະນາ ສູດມົນ)

#ອ່ານພຸທທະປະຫວັດ ວັນວິສາຂະບູຊາ The life of the Buddha (ພຸທທະປະຫວັດ) Birth, Enlightenment, Parinibbana (Death) (ປະສູຕິ, ຕຣັສຮູ້, ປະຣິນິພພານ)

ພຣະພຸທທະເຈົ້າເປັນກະສັຕຣິຍ໌ໂດຍພຣະຊາດ ເປັນໂຄຕະມະວົງໂດຍຊາດພູມ ເປັນຊາວ ສາກະຍະ ປະສູຕິ ໃນວັນສຸກ ຂຶ້ນ15ຄ່ຳເດືອນ6 ປີຈໍ ກ່ອນພຸທທະສັງກາດ 80 ປີ ໃນມັທທະຍົມປະເທດ ທີ່ ສວນລຸມພີນີ ຢູ່ລະຫວ່າງກຸງກະບິລພັດ ແຄວ້ນສັກກະ ກັບກຸງເທວະທະຫະ ແຄວ້ນ ໂກລິຍະ

ເຈົ້າຊາຍສິທທັດຖະ ເປັນພຣະໂອລົດ ຂອງພຣະເຈົ້າສຸທໂທທະນະກັບພຣະນາງສິຣິມະຫາມາຍາ ໃນວັນປະສູຕິ ພຣະນາງສິຣິມະຫາມາຍາ ຊົງພຣະຄັນບໍຣິບູນແລ້ວ ຊົງປະສົງສະເດັດໄປເມືອງເທວະທະຫະອັນເປັນຊາດພູມຂອງພຣະອົງ

ໃນເວລາເຊົ້າ ວັນວິສາຂະປຸນນະມີ ດິຖີເພັງ ເດືອນ6 ພຣະນາງສະເດັດຈາກພຣະນະຄອນໄປເຖິງປ່າໄມ້ຮັງ ຊື່ວ່າລຸມພິນີວັນ ເຊິ່ງຢູ່ລະຫວ່າງທາງແຫ່ງພຣະນະຄອນທັງສອງ ແຕ່ໃກ້ໄປຂ້າງເມືອງເທວະທະຫະ ເປັນສະຖານທີ່ອັນຄວນແກ່ການທັສນາ

ພຣະນາງຈິ່ງໃຫ້ແວະຊົມ ແລະປະສູຕິພຣະໂອລົດ ໃນ ສະຖານທີ່ນັ້ນ ເມື່ອຄວາມຊາບເຖິງພຣະເຈົ້າກຸງກະບິລພັດແລະພຣະເຈົ້າກຸງເທວະທະຫະ ກະສັຕຣິຍ໌ທັງສອງພຣະນະຄອນ ຊົງມີຄວາມຍິນດີເປັນຢ່າງຍິ່ງ ຈິ່ງຊົງໃຫ້ຈັດຂະບວນແຫ່ຄືນເຂົ້າສູ່ກຸງກະບິລພັດ

,,

ເຈົ້າຊາຍສິທທັດຖະ ໄດ້ຮັບການທຳນຸບຳລຸງມາເປັນຢ່າງດີຕັ້ງແຕ່ຍັງຊົງເຍົາວັຍ ຕາບເທົ່າຊົງພຣະຈະເລີນວັຍ ເມື່ອພຣະຊົນມາຍຸ16 ພັນສາ ຊົງອະພິເສກສົມລົດກັບພຣະນາງ ຍະໂສທະຣາ ຫຼືພິມພາ ມີພຣະໂອລົດນາມວ່າຣາຫຸລ

ເຈົ້າຊາຍສິທທັດຖະ ຊົງເບື່ອໜ່າຍໃນການຄອງເຮືອນ ຈິ່ງຕັດສິນພຣະໄທ ອອກບວດ ທີ່ ແຄມຝັ່ງແມ່ນ້ຳອະໂນມາ ເມື່ອພຣະຊົນມາຍຸ 29 ພັນສາ

ເມື່ອພຣະຊົນມາຍຸ 35ພັນສາ ຈິ່ງໄດ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ ທີ່ຕຳບົນ ອຸຣຸເວລາເສນານິຄົມ ແຄວ້ນມະຄົດ ໃນວັນພຸດ ຂຶ້ນ 15 ຄ່ຳ ເດືອນ 6 ປີລະກາ ກ່ອນພຸທທະສັງກາດ 45 ປີ

ທັມມະທີ່ພຣະພຸທທະເຈົ້າຕຣັສຮູ້ຄື ອະຣິຍະສັຈ 4 ຫຼືຄວາມຈິງອັນປະເສີດ 4 ປະການ ໄດ້ແກ່

1.ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ

2.ສະມຸທັຍ ຄື ເຫດທີ່ທຳໃຫ້ເກີດທຸກ

3.ນິໂຣທ ຄື ຄວາມດັບທຸກ

4.ມັຄ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບທຸກ

ທັງ 4 ປະການນີ້ຈັດເປັນສັຈຈະທັມ ຮຽກວ່າ ອະຣິຍະສັຈ ພຣະພຸທທະເຈົ້າຫລັງຈາກຕຣັສຮູ້ແລ້ວ ໄດ້ຊົງບຳເພັນພຸທທະກິດໂຜດຜູ້ຄວນແນະນຳສັ່ງສອນ ໃຫ້ໄດ້ບັນລຸມັຄຜົນຈົນນັບບໍ່ຖ້ວນ ຊົງສົ່ງພຣະສາວົກໄປປະກາດພຣະສາສນາ ໃນຄາມະນິຄົມຊົນນະບົດ ແລະຣາຊທານີ ຕ່າງໆ ຈົນພຣະພຸທທະສາສນາປະດິດສະຖານໝັ້ນຄົງແພ່ຫຼາຍທົ່ວໄປ ຕະຫຼອດ 45 ພັນສາ

ພຣະພຸທທະເຈົ້າ ສະເດັດດັບຂັນປະຣິນິພພານ ໃນວັນຄານ ຂຶ້ນ 15 ຄ່ຳ ເດືອນ 6 ປີມະເສັງ ທີ່ ສາລະວະໂນທະຍານ ຂອງມັລລະກະສັຕຣິຍ໌ ແຄວ້ນມັລລະ ເມື່ອພຣະຊົນມາຍຸໄດ້ 80 ພັນສາ

ຮຽບຮຽງໂດຍ: ພຣະມະຫາຄຳມະນີ ບົວທິພັນ

ຂອບໃຈທີ່ມາ:Suliya – ພຣະສຸລິຍາ

Leave a Reply

Your email address will not be published. Required fields are marked *

Back to top button