ຈັດຣັສເຊຍ ສັ່ງ ຕັດກ໊າຊ, ຕັດໄຟ ແລະ ເຄື່ຶອນທັບເຂົ້າໃກ້ຊາຍແດນ ຟິນແລນດ໌ (ເອົາລະເດີ)

ຈັດຣັສເຊຍ ສັ່ງຕັດກ໊າຊ ຕັດໄຟ ເຄື່ຶອນທັບເຂົ້າໃກ້ຊາຍແດນ(ເອົາລະເດີ) ຟິນແລນດ໌ ເພື່ອນບ້ານທາງເໜືອທີ່ມີຊາຍແດນຕິດຈອດ 1.200ກມ ກໍຖືກຍຸແຍ່ໃຫ້ລະຖິ້ມຄວາມເປັນກາງ ແລະຮ້ອນຮົນຫົນຫວຍຢາກເຂົ້ານາໂຕໃຫ້ໄດ້

ເຖິງຈະເປັນໄພຕໍ່ຣັສເຊຍພຽງໃດກໍບໍ່ສົນ ຣັສເຊຍຈິ່ງຈັດໜັກຈັດເຕັມໃຫ້ຕາມຄຳຂໍມື້ນີ້ ໂດຍປະກາດໃຫ້ຟິນແລນດ໌ ເປັນໄພຄຸກຄາມ ແລະດຳເນີນການຕອບໂຕ້ຕາມລຳດັບເຕັກນິກ ເພື່ອກຳຈັດໄພຄຸກຄາມນັ້ນ..

ຟິນແລນດ໌ ເພິ່ງພາກ໊າຊ ຈາກຣັສເຊຍ ເຖິງ 94% ແລະຫຼາຍແຂວງໃຊ້ໄຟຟ້າຈາກຣັສເຊຍ ການຕັດກ໊າຊ ຕັດໄຟນີ້ຈະທຳລາຍອຸດສາຫະກຳ ໂຄງສ້າງເສດຖະກິດ ແລະບັນທອນຊີວິດການເປັນຢູ່ຂອງຊາວຟິນແລນດ໌ຢ່າງໜັກ ບວກກັບການຕຶງກອງທັບຕາມຊາຍແດນ

ຈະທຳລາຍຂັວນກຳລັງໃຈຊາວບ້ານ ແລະທຸລະກິດການທ່ອງທ່ຽວທີ່ເປັນປາຍແຫຼມຂອງຟິນແລນດ໌ ຢ່າງກວ້າງຂວາງ.. ແຕ່ນີ້ ກໍຍັງເປັນພຽງການເຕືອນເບົາໆ ຫາກຟິນແລນດ໌ ຍັງເດີນໜ້າຕໍ່ຢ່າງດື້ດຶງ ພວກເຂົາກໍຈະກາຍເປັນຢູເຄຣນ2 ສົມໃຈປາຖະໜາ..

ຊົມຄລີບ

ທີ່ມາແຫລ່ງຂ່າວ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button