ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ໄດ້ສະເໜີຢືມນໍ້າມັນສຸກເສີນ ມາໃຊ້ແກ້ວິກິດ

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ໄດ້ສະເໜີຢືມນໍ້າມັນສຸກເສີນ ມາໃຊ້ແກ້ວິກິດ.ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ທາງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ (ລນລ) ໄດ້ຂໍຢືມນໍ້ມັນສູກເສີນຈາກກົມເຊື້ອໄຟ,

ກະຊວງປ້ອງກັນປະເທດ ຕາມການຊີ້ນຳຈາກຂັ້ນເທິງຈໍານວນ 1 ລ້ານລິດ ປະກອບມີນ້ຳມັນກາຊວນ 5 ແສນລິດ ແລະນ້ຳມັນ ແອັດຊັງ 5 ແສນລິດ ເພື່ອແກ້ໄຂບັນຫາ ວິກິດການ ຂາດແຄນນ້ຳມັນພາຍໃນປະເທດ.

ເຊິ່ງຕາມການຊີ້ແຈງຈາກກົມເຊື້ອໄຟກອງທັບ ນໍ້າມັນດັ່ງກ່າວ ອາດຈະມີສີທີ່ແຕກຕ່າງຈາກນ້ຳມັນທົ່ວໄປ

ສະນັ້ນ, ໃນຊ່ວງນີ້ຖ້າຫາກເຈົ້າໜ້າທີ່ທີ່ກ່ຽວຂ້ອງຫາກພົບເຫັນສີນໍ້າມັນແອັດຊັງ ແລະ ນ້ຳມັນກາຊວນ ຕ່າງຈາກສີປົກກະຕິ ກໍຂໍໃຫ້ທ່ານເຂົ້າໃຈ.

Leave a Reply

Your email address will not be published. Required fields are marked *

Back to top button