ຣັດເຊຍ ບຸກ ເມືອງ ເຊເວໂຣໂດເນັດສຄ໌ ຂອງຢູເຄຣນ ແຕກແລ້ວ..

ພາຍຫຼັງທີ່ຕໍ່ສູ້ດຸເດືອດມາ 4 ວັນ ຕອນນີ້ຣັສເຊຍ ກຳລັງຂ້າມໄປປົດປ່ອຍເມືອງຄູ່ແຜດ ລີຊີແກນສຄ໌ ທີ່ຕັ້ງຢູ່ຄົນລະຟາກແມ່ນ້ຳ ເຊິ່ງເປັນເມືອງສຸດທ້າຍຂອງແຄວ້ນລູຮັນສຄ໌ 1 ໃນ 2 ແຄວ້ນຂອງພູມີພາກດອນບາສ

ຊີວີ ແລະລີຊີ ເປັນເມືອງຍຸດທະສາດສຳຄັນທີ່ສ້າງຕັ້ງຂຶ້ນໃນຍຸກສະຫະພາບໂຊວຽດ ມີໂຮງງານອາຊຸຕ ເຊິ່ງເປັນໂຮງງານເຄມີພັນຂະໜາດໃຫຍ່ທີ່ນີ້ ຢູເຄຣນ ໄດ້ວາງກຳລັງຢ່າງແໜ້ນໜາເພື່ອຮັກສາ 2 ເມືອງນີ້ ເພາະຫາກຣັສເຊຍ ໄດ້ 2 ເມືອງນີ້ໄປ ຢູເຄຣນຈະເສຍແຄວ້ນລູຮັນສຄ໌ ໄປຢ່າງຖາວອນ

ພາລະກິດຕໍ່ໄປຂອງຣັສເຊຍ ກໍຄືປົດປ່ອຍສ່ວນທີ່ເຫຼືອຂອງແຄວ້ນໂດເນດສຄ໌ ເຄີຣ໌ຊອນ ແລະເມືອງທ່າໂອເດສຊາ ຈາກນັ້ນຈິ່ງຄ່ອຍຈັດການກັບຄຽບ

(ບໍ່ຟ້າວບໍ່ຮ້ອນ ຄ່ອຍຫຼິ້ນຄ່ອຍກິນ ບຸນບ້ານເຮົາເອງ.. ປ່ອຍໃຫ້ພວກນັກຂວ້ຳບາດ ຖືກບາດໜີບຄໍຕົວເອງ ທໍລະມານຢູ່ນັ້ນລະ)

ຊົມຄລີບ

ຂອບໃຈທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button