ເຫລື່ອເຊື່ອ! ຜູ້ໂດຍສານ ທີ່ບໍ່ເຄີຍຂັບເຮືອບິນມາກ່ອນ ແຕ່ສາມາດນຳເຮືອບິນລົງຈອດເອງໄດ້ຢ່າງປອດໄພ

ເກີດເຫດ! ຜູ້ໂດຍສານ ຜູ້ທີ່ບໍ່ເຄີຍຂັບເຮືອບິນມາກ່ອນ ແຕ່ສາມາດນຳເຮືອບິນລົງຈອດເອງໄດ້ຢ່າງປອດໄພ

ເຖິງວ່າເຫດການນີ້ຈະຄືສາກໆໜຶ່ງໃນໜັງ ແຕ່ວ່າເລື່ອງນີ້ຄືເຫດການທີ່ເກີດຂຶ້ນແທ້ ເຫດເກີດທີ່ສະໜາມບິນໃນຟໍຣິດາເຊິ່ງເຈົ້າໜ້າທີ່ ATC ຄົນໜຶ່ງຊື່ ໂຣເບີດ ມໍແກນ

ໄດ້ອອກມາເລົ່າວ່າໃນຂະນະທີ່ລາວພັກເບກກໍມີເພື່ອນຮ່ວມງານມາແຈ້ງເຫດສຸກເສີນ ເຊິ່ງລາວໄດ້ຖາມຜູ້ໂດຍສານທີ່ຢູ່ເຮືອບິນໄດ້ຄວາມວ່າ ນັກບິນທີ່ຂັບເຮືອບິນໃນຕອນນັ້ນບໍ່ໄດ້ສະຕິ ແລະ ເວົ້າບໍ່ຮູ້ເລື່ອງ ເຊິ່ງຜູ້ໂດຍສານກໍຂັບເຮືອບິນບໍ່ເປັນເລີຍ

ເຊິ່ງ ໂຣເບີດ ມໍແກນ ດ້ວຍຄວາມທີ່ເປັນອະດີດອາຈານສອນນັກບິນກໍໄດ້ກວດຫາວ່າເຮືອບິນນັ້ນຢູ່ຈຸດໃດ ແລະ ບອກວິທີຂັບເຮືອບິນໃຫ້ຜູ້ໂດຍສານຄົນນັ້ນຈົນ ຜູ້ໂດຍສານຄົນນັ້ນ ສາມາດນຳເຮືອບິນລົງຈອດໄດ້ຢ່າງປອດໄພ ເຖິງວ່າຜູ້ໂດຍສານຄົນນັ້ນຈະບໍ່ເຄີຍຂັບເຮືອບິນມາກ່ອນໃນຊີວິດ

ຂໍຊົມເຊີຍໃນຄວາມກ້າຫານຂອງຜູ້ໂດຍສານ ແລະ ໄຫວພິບຂອງພະນັກງານ ATC ທີ່ສາມາດເຮັດໃຫ້ເຫດການສ່ຽງຕາຍໃນຄັ້ງນີ້ຈົບລົງດ້ວຍດີ ແລະ ບໍ່ມີໃຜໄດ້ຮັບບາດເຈັບ

ຊົມຄລີບ

ທີ່ມາ: hhttps://www.nbcnews.com

Leave a Reply

Your email address will not be published. Required fields are marked *

Back to top button