ຣັສເຊຍ ຖອນທະຫານ ເພື່ອເປີດທາງ ໃຫ້ເຮືອສົ່ງສິນຄ້າອອກ ຕາມການຂໍຂອງຢູເອນ ແຕ່ ຢູເຄນໄປປັກທຸງໃສ່ປະກາດໄຊຊະນະ.. ທັນທີນັ້ນ ຣັສເຊຍ ສົ່ງຍົນຮົບເຂົ້າໂຈມຕີ ມຸ່ນເລີຍ

ທະຫານຢູເຄຣນ ໝູ່ໜຶ່ງ ຂຶ້ນປັກທຸງທີ່ເກາະງູ ນອກຊາຍຝັ່ງໂອເດັດຊາ ເຊົ້ານີ້ ເພື່ອປະກາດໄຊຊະນະເໜືອຣັສເຊຍ..ແຕ່ທັນທີທັນໃດ ຣັສເຊຍ ສົ່ງຍົນຮົບເຂົ້າໂຈມຕີ ມຸ່ນທັງຄົນທັງທຸງ..

ມື້ກ່ອນ ຣັສເຊຍ ຖອນທະຫານຈາກທີ່ນັ້ນ ເພື່ອເປີດທາງດ້ານມະນຸດສະທຳ ໃຫ້ເຮືອບັນທຸກສິນຄ້າທັນຍະພືດຂອງຢູເຄຣນ ໄດ້ອອກຈາກທ່າ ຕາມການຮ້ອງຂໍຂອງຢູເອນ..

ແຕ່ຢູເຄຣນ ກັບຖືໂອກາດນີ້ປະກາດໄຊຊະນະ ວ່າສາມາດຂັບໄລ່ກົດດັນໃຫ້ຣັສເຊຍອອກຈາກທີ່ນັ້ນ ດ້ວຍປືນໃຫຍ່ ແລະຈະຫຼວດຂອງພວກຕົນ.. ມື້ນີ້ ຣັສເຊຍເລີຍຈັດໃຫ້..

ຢູເຄຣນໄດ້ຍົກທຸງທີ່​ເປັນສີຟ້າແລະສີເຫຼືອງຂອງ​ຕົນຢູ່ເທິງເກາະງູ ຫລື Snake Island ໃນທະເລດຳ ໃນວັນພະຫັດວານນີ້ ໃນການສະແດງການຕໍ່ຕ້ານ ແຕ່ ຣັດເຊຍໄດ້ຕອບໂຕ້ຢ່າງວ່ອງໄວ ດ້ວຍການໂຈມຕີ ທີ່ໄດ້ທຳລາຍພາກສ່ວນນຶ່ງ ຂອງຄ້າຍ​ທະ​ຫານແນວ​ໜ້າຂອງຢູເຄຣນ ຢູ່ທີ່ນັ້ນ.

ການ​ຄວບ​ຄຸມ​ເກາະ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ທ່າ​ກຳ​ປັ່ນໂອ​ແດັສ​ຊາຂອງ​ຢູ​ເຄ​ຣນ ປະມານ 140 ກິ​ໂລ​ແມັດ ​ໄປ​ທາງ​ທິດ​ໃຕ້ນັ້ນ ໄດ້​ມີການ​ຂັດ​ແຍ້​ງກັນ​ນັບ​ຕັ້ງ​ແຕ່​ປະທານາ ທິບໍດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ​ໄດ້​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ​ເມື່ອ​ສີ່​ເດືອນ​ກ່ອນ.

ໃນຊ່ວງຕົ້ນໆຂອງສົງຄາມ, ຣັດເຊຍໄດ້ຍິງປືນໃສ່ເກາະດັ່ງກ່າວຫຼັງຈາກທະຫານ ຢູເຄຣນໄດ້ຕອບ ໂຕ້ດ້ວຍຄຳຫຍາບຄາຍ ເມື່ອລູກເຮືອຢູ່ກຳປັ່ນລົບມົ​ສ​ກະ​ວາ (Moskva) ຮຽກຮ້ອງໃຫ້ພວກເຂົາຍອມຈຳນົນ. ຢູ​ເຄຣນ​ໄດ້​ເຮັດ​ສະ​ແຕມ​ທີ່ລະ​ນຶກ​ເຖິງ​ການຄັດ​ຄ້ານ​ ຂອງ​ທະ​ຫານເຫລົ່າ​ນັ້ນ.

ຣັດ​ເຊຍ​ໄດ້​ເຂົ້າຄວບ​ຄຸມ​ເກາະ​ດັ່ງກ່າວ ​ເປັນ​ເວລາ​ຫຼາຍ​ສ່ວນ​ໃຫຍ່​ຂອງ​ການ​ເຮັດສົງຄາມ ຈົນ​ກວ່າ​ຢູ​ເຄຣນຍຶດ​ເອົາ​ເກາະ​ດັ່ງກ່າວ ​ໃນ​ອາທິດ​ແລ້ວນີ້ ​ເຖິງ​ແມ່ນ​ວ່າຣັດ​ເຊຍ​ໄດ້​ໂຕ້​ແຍ້ງ​ວ່າ ​ຕົນ​ໄດ້​ຖອນ​ອອກໄປ​ເພື່ອ​ສະ​ແດງ​ທ່າ​ທີ​ທີ່​ມີ​ຄວາມ​ຫວັງ​ດີ.

ທະຫານ​ຢູ​ເຄຣນ​ໄດ້​ປັກ​ທຸງ​ຊາດ​ຂອງ​ພວກ​ເຂົາ​ຂຶ້ນ​ຢູ່​ເທິງ​ພື້ນ​ທີ່​ໃກ້​ກັບ​ຊາກຫັກ​ພັງຂອງ​ຕຶກ​ອາຄານ​ທີ່​ຖືກ​ທຳ​ລາຍ ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານແອນດ​ຣີ ເຢີ​ມາກ (Andriy Yermak) ຫົວໜ້າ​ເສນາ​ທິການ​ໃຫຍ່​ຂອງ​ປະທານາທິບໍດີ​ຢູ​ເຄຣນ ​ໄດ້​ສະ​ເໜີ​ແນະວ່າ ​ຫ້ວງເວລາແບບ​ນີ້ ຈະເປັນຫ້ວງ​ເວ​ລາອັນນຶ່​ງ​ທີ່​ຈະ​ມີ​ການເຮັດ​ລຶ້ມ​ຄືນ ​ທົ່ວ​ຢູ​ເຄຣນ​ໃນ​ຫຼາຍ​ເດືອນ​ຂ້າງ​ໜ້ານີ້.

ທ່ານຂຽນໃນເທ​ເລ​ແກ​ຣມ (Telegram) ວ່າ “ທຸງຊາດຂອງຢູເຄຣນ ຢູ່ເທິງ ເກາະງູ.” “ຢູ່ຂ້າງຫນ້າຂອງພວກເຮົາຈະມີວິດີໂອແບບນີ້ຫຼາຍອັນ ຈາກເມືອງ ຕ່າງໆ ຂອງຢູ​ເຄ​ຣນທີ່ປັດຈຸບັນນີ້ ຢູ່ພາຍໃຕ້ການຍຶດຄອງຊົ່ວຄາວ.”

​ແຕ່​ໂຄສົກ​ຫ້ອງການ​ປົກຄອງ​ຂົງເຂດໂອ​ແດັສຊາ, ທ່ານເຊີ​ຮີ ແບ​ຣັດ​ຊຸກ (Serhiy Bratchuk) ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໃສ່​ພວກ​ໄປ​ຢູ່​ໃໝ່​ຂອງ​ເກາະ​ດັ່ງກ່າວ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ທ່າ​ເຮືອ​ຂອງ​ຕົນ.

​ໃນ​ຂະນະ​ດຽວ​ກັນ, ​ເວ​ລາ​ທີ່​ການ​ສູ້​ລົບ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ຍັງ​ສືບ​ຕໍ່​ໄປຢູ່ນີ້ ທ່ານປູ​ຕິນ ​ກໍໄດ້​ກ່າວ​ຫາ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກວ່າ​ໃຫ້​ການສະ ໜັບສະໜູນຢູ​ເຄ​ຣນເຮັດ​ໃຫ້​ສົງ​ຄາມ​ຍືດ​ເຍື້ອ​ອອກ​ໄປ ໂດຍ​ການສືບ​ຕໍ່​ສົ່ງ​ກຳລັງ​ອາວຸດ​ໃຫ້ແກ່​ກີ​ຢິບ.

ຄລີບ

ຂອບໃຈທີ່ມາ: VOA Lao

Leave a Reply

Your email address will not be published. Required fields are marked *

Back to top button