ອິນເດຍ ນຳເຂົ້າສິນຄ້າຈາກ ຣັດເຊຍ ເພີ່ມຂຶ້ນເປັນ 3 ເທົ່າ

ອີງຕາມການລາຍງານຂອງສື່ທ້ອງຖິ່ນອິນເດຍ ທີ່ຮະບຸວ່າອິນເດຍນຳເຂົ້າສິນຄ້າ ຈາກຣັດເຊຍ ເພີ່ມຂຶ້ນກວ່າ 3 ເທົ່າ ນັບຕັ້ງແຕ່ເກີດສະຖານະການຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ

ເມື່ອຊ່ວງທ້າຍເດືອນກຸມພາທີ່ຜ່ານມາ ໂດຍມີມູນຄ່າການນຳເຂົ້າປະມານ 4,670 ລ້ານໂດລາ ເຊິ່ງເປັນຜົນຈາກການທີ່ບັນດາຜູ້ປະກອບການຂອງຣັດເຊຍພາກັນສະເໜີສ່ວນຫຼຸດ ລັດຖະບານ ອິນເດຍບັນລຸ້ຕົກລົງທີ່ດີກັບບັນດາຜູ້ຈັດຈຳໜ່າຍຂອງຣັດເຊຍ.

ຢ່າງໃດກໍຕາມ ໃນຊ່ວງເວລາດັງກ່າວ ການສົ່ງອອກສິນຄ້າຂອງອິນເດຍໄປຫາຣັດເຊຍ ຖືກຫຼຸດລົງຮ້ອຍລະ 57 ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ແລ້ວ ເນື່ອງຈາກອຸປະສັກດ້ານການຂົນສົ່ງ ແລະ ການຊຳລະເງິນ.

ຂໍຂອບໃຈທີ່: https://laopost.com/

Leave a Reply

Your email address will not be published. Required fields are marked *

Back to top button