ແຈ້ງປັບ ລາຄານ້ຳດື່ມຈາກ 5000 ກີບເປັນ 6000 ກີບຕໍ່ຕຸກ

ເຖິງ: ເຈົ້າຂອງທຸລະກິດໂຮງງານນ້ໍາດື່ມ

ເລື່ອງ: ປ່ຽນແປງລາຄານ້ໍາດື່ມຈາກ 5000 ກີບເປັນ 6000 ກີບຕໍ່ຕູກ

– ອີງຕາມ ກົດລະບຽບສະມາຄົມນໍ້າດື່ມ ນວ ສະບັບເລກທີ 438/ຈວນ. ລົງວັນທີ28/11/2011

– ອີງໃສ່ ການຄົ້ນຄວ້າເປັນເອກະພາບຂອງຄະນະສະມາຄົມ ນ້ໍາດື່ມ, ນວ ຄັ້ງວັນທີ21/5/2022

– ອີງໃສ່ ວິກິດນ້ໍາມັນ ແລະ ຄ່າເງິນກີບມີການອອນຕົວຕໍ່ສະພາບດັ່ງກ່າວທຸລະກິດນ້ໍາດື່ມຈໍາເປັນຕ້ອງໄດ້ປັບຕົວໄປຕາມເສດຖະກິດກົນໄກ ຕະຫຼາດ

… ດັ່ງນັ້ນ ທາງສະມາຄົມນ້ໍາດື່ມ, ນວ ຈຶ່ງໄດ້ແຈ້ງມາຍັງຫົວຫນ່ວຍທຸລະກິດນ້ໍາດື່ມໃຫ້ ປັບລາຄາຂຶ້ນ ເປັນ 6000 ກີບ ຕໍ່ຕຸກເລີ່ມແຕ່ວັນ 01/06/2022 ເປັນຕົ້ນໄປ ເພື່ອໃຫ້ທຸລະກິດສາມາດເຄື່ອນໄຫວຕໍ່ໄປໄດ້.

ສະນັ້ນ ຈຶ່ງໄດ້ແຈ້ງມາເພື່ອຊາບ ແລະ ປະຕິບັດເພື່ອຄວາມເປັນເອກະພາບກັນ.

ປະທານສະມາຄົມນໍ້າດື່ມ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *

Back to top button