ພາບປະຫວັດສາດ ທ່ານ ພັນຄຳ ວິພາວັນ ນາຍົກລາວ ຢືນຮ່ວມຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ຢູ່ຕໍ່ໜ້າທຳນຽບຂາວ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢືນຮ່ວມກັບຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ຢູ່ຕໍ່ໜ້າທຳນຽບຂາວ ໃນໂອກາດກອງປະຊຸມສຸດຍອດພິເສດ ອາຊຽນ-ສະຫະລັດອາເມລິກາ.

ຊົມຄລີບ

ຮູບດັ່ງກ່າວນີ້ຖືກໂພສໂດຍເຟສບຸກທາງການຂອງທ່ານ ໄບເດນ ເມື່ອຕອນເຊົ້າຂອງມື້ນີ້ຕາມເວລາປະເທດລາວ (13 ພຶດສະພາ 2022) ພ້ອມຂໍ້ຄວາມທີ່ວ່າ “ໃນແລງມື້ນີ້, ຂ້າພະເຈົ້າໄດ້ຕ້ອນຮັບຜູ້ນຳອາຊຽນສູ່ທຳນຽບຂາວເປັນຄັ້ງທຳອິດໃນປະຫວັດສາດ ແລະ ນັ້ນເປັນການເນັ້ນຢໍ້າເຖິງຄວາມມຸ່ງໝັ້ນຂອງສະຫະລັດໃນອາຊີຕາເວັນອອກສ່ຽງໃຕ້.

ພວກເຮົາໄດ້ຫາລືກ່ຽວກັບຄວາມສຳຄັນໃນການເຮັດວຽກຮ່ວມກັນເພື່ອຮັບປະກັນຄວາມປອດໄພ, ຄວາມຮຸ່ງເຮືອງ ແລະ ຄວາມເຄົາລົບຕໍ່ສິດທິມະນຸດຂອງປະຊາຊົນ 1 ຕື້ຄົນຂອງພວກເຮົາ”..

ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ- ອາເມລິກາ ສະໄໝພິເສດ ທີ່ ນະຄອນ ຫຼວງ ວໍຊິງຕັນ ດີຊີໃນຕອນທ່ຽງຂອງວັນທີ 12 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ພະນະທ່ານ ພັນຄຳ ວິພາວັນ,

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ- ສະຫະລັດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອາເມລິກາ ຄົບຮອບ 45 ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນໃນປີ 1977. ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນນັບແຕ່ວັນທີ 12 ຫາວັນທີ 13 ພຶດສະພາ 2022.

ໃນກອງປະຊຸມມື້ທຳອິດນີ້, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມຜູ້ນຳບັນດາປະເທດສະມາຊິກອາຊຽນອື່ນ ໄດ້ພົບປະກັບປະທານສະພາຕາໍ່ ແລະ ບັນດາຜູ້ແທນສະມາຊິກສະພາ ອາເມລິກາ ແລະ ໄດ້ພົບປະກັບພາກທຸລະກິດຂອງອາເມ ລິກາ. ໃນການພົບປະກັບຜູ້ແທນສະມາຊິກສະ ພາ,

ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຊົມເຊີຍບັນດາຜູ້ແທນສະມາຊິກສະພາ ອາເມລິກາ ທີ່ໄດ້ຊຸກຍູ້ການພົວພັນຮ່ວມມືອາຊຽນ-ອາເມລິກາ ຕະຫຼອດໄລຍະ 45 ປີຜ່ານມາ ພ້ອມທັງສະ ເໜີໃຫ້ສືບຕໍ່ການສະໜັບສະໜູນດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕີລາຄາບົດບາດອັນສຳຄັນຂອງສະມາຊິກສະພາອາເມລິກາ ໃນການຊຸກຍູ້ ແລະ ຮັບຮອງເອົາການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນຫຼາຍໆດ້ານ ລວມທັງດ້ານສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ອື່ນໆ.

ສຳລັບການພົບປະກັບພາກທຸລະກິດ, ບັນ ດາຜູ້ນຳ ແລະ ຜູ້ຕາງໜ້າຈາກປະເທດສະ ມາຊິກອາຊຽນ ກໍໄດ້ປຶກສາຫາລື ກ່ຽວກັບຄວາມສຳຄັນຂອງພາກທຸລະກິດອາເມ ລິກາ ທີ່ມີບົດບາດໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາເສດຖະ ກິດຂອງອາຊຽນ ແລະ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບກາລະໂອກາດໃນການດຳເນີນທຸລະກິດຢູ່ອາຊຽນໃຫ້ຫຼາຍຂຶ້ນ,

ຊຶ່ງປັດຈຸບັນອາເມລິກາ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງອາຊຽນ (ໃນປີ 2020 ການຄ້າສອງຝ່າຍ ລະຫວ່າງອາຊຽນ ແລະ ອາເມລິກາ ບັນລຸໄດ້ 308,3 ຕື້ໂດລາສະຫະລັດ) ແລະ ເປັນຜູ້ລົງທຶນໃຫຍ່ອັນດັບໜຶ່ງຢູ່ໃນອາຊຽນ (ລວມມູນຄ່າທັງໝົດສະເລ່ຍສູງເຖິງ 34,7 ຕື້ໂດລາສະຫະລັດໃນປີ 2020).

ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ຂອງໂລກ ທີ່ມີທ່າອ່ຽງຖົດຖອຍ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບັນດາຜູ້ນຳອາຊຽນ ເຫັນວ່າການມີສ່ວນຮ່ວມຂອງພາກທຸລະກິດອາເມທລິກາ ໃນການຟື້ນຟູເສດຖະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ການຜະລິດ ໂດຍຜ່ານການຮ່ວມມືໃນດ້ານການເຊື່ອມຈອດ,

ການພັດທະນາຈຸນລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດິຈິຕອນ, ການສົ່ງເສີມນະວັດຕະກຳ ແລະ ເຕັກໂນໂລຊີ, ການພັດທະນາຕົວເມືອງອັດສະລິຍະ ແລະ ອື່ນໆ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາໂຄງການຊ່ວຍເຫຼືອຂອງອາເມລິກາ

ເພື່ອສົ່ງເສີມການຂະຫຍາຍຕົວແບບກວມລວມຢູ່ໃນອາຊຽນ ໂດຍຜ່ານນະວັດຕະກຳ, ການຄ້າ ແລະ ການຄ້າທາງເອເລັກໂຕຣນິກ ຫຼື ອິກໄນທ໌ (IGNITE) ແລະ ໂຄງການອື່ນໆ ທີ່ໄດ້ປະກອບສ່ວນສົ່ງເສີມການອໍານວຍຄວາມສະດວກທາງດ້ານການຄ້າ, ການຈັດຕັ້ງປະຕິບັດລະບົບປະຕູດຽວອາຊຽນ,

ເສດຖະກິດດິຈິຕອນ ແລະ ການສ້າງຂີດຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ, ວິທະຍາສາດ ແລະ ນະວັດຕະກໍາ ເຂົ້າໃນການສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດຢູ່ໃນພາກພື້ນ.

ໃນຕອນແລງຂອງວັນດຽວກັນ, ບັນດາຜູ້ນຳອາຊຽນ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍປະທານາທິບໍດີ ໂຈ ໄບເດັນ ແຫ່ງ ສະຫະລັດ ອາເມລິກາ ຢູ່ທີ່ທຳນຽບຂາວ, ຊຶ່ງບັນດາຜູ້ນຳອາຊຽນ ແລະ ອາເມລິກາ ກໍໄດ້ມີໂອກາດພົບປະສັງສັນ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມືອາຊຽນ-ອາເມລິກາ ໃນໄລຍະຜ່ານມາ ແລະ ທິດທາງການພົວພັນໃນອະນາຄົດ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Leave a Reply

Your email address will not be published. Required fields are marked *

Back to top button