ຢູເຄຣນຮຽກຮ້ອງໃຫ້ຣັດເຊຍ ເປີດທ່າເຮືອແກ້ວິກິດອາຫານໂລກ

ປະທານາທິບໍດີຢູເຄຣນ ຮຽກຮ້ອງໃຫ້ມີການກົດດັນໃຫ້ຣັດເຊຍ ເພື່ອເປີດເສັ້ນທາງການຄ້າທາງທະເລຂອງຢູເຄຣນ ໃຫ້ສາມາດສັ່ງອອກສິນຄ້າຂອງຊາວສວນໄດ້.

ໃນວັນທີ 9 ພິດສະພາ 2022 ທີ່ເມືອງໂອເດສຊາ ທ່າເຮືອທີ່ສຳຄັນທາງຕອນໃຕ້ຂອງຢູເຄຣນ ລວມເຖິງພຶ້ນທີ່ບໍລິເວນ ທ່າເຮືອຖືກໂຈມຕີ ຢ່າງໜັກດ້ວຍລູກສອນໄຟ ຫຼື ໃນຊ່ວງທີ່ມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະຣັດເຊຍກໍຕາມ.

ເມື່ອສຳຫຼວດຄວາມເສຍຫາຍໃນວັນທີ 10 ພຶດສະພາ 2022 ພົບວ່າມີອາຄານຫຼາຍຫຼັງພັງເສຍຫາຍ ມີລູກສອນໄຟ 7 ລູກໂຈມຕີສູນການຄ້າ ແລະ ຄັງນ້ຳມັນ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 5 ຄົນ.

ທ່ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ໄດ້ຮຽກຮ້ອງໃຫ້ປະຊາຄົມລະຫວ່າງປະເທດເລັ່ງດຳເນີນການເພື່ອຢຸດການປິດລ້ອມທ່າເຮືອໂດຍຣັດເຊຍ ເພື່ອໃຫ້ສາມາດຂົນສົ່ງເຂົ້າສາລີ ແລະ ປ້ອງກັນວິກິດການອາຫານທົ່ວໂລກໄດ້.

ປະທານາທິບໍດີຢູເຄຣນກ່າວວ່າ: ນີ້ເປັນຄັ້ງທຳອິດໃນຮອບຫຼາຍທົດສະຫວັດ ທີ່ບໍ່ມີການສັນຈອນຂອງເຮືອສິນຄ້າ ບໍມີການດຳເນີນງານປົກກະຕິໃນເມືອງໂອເດສຊາ ເຊິ່ງເປັນເລື່ອງລາວທີ່ບໍ່ເຄີຍເກີດຂຶ້ນ ຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີ 2.

ຢູເຄນເປັນຜູ້ຜະລິດສາລີລາຍໃຫຍ່ ໂດຍມີເມືອງໂອເດສຊາເປັນທ່າເຮືອທີ່ສຳຄັນໃນທະເລດຳສຳລັບການສົ່ງອອກສິນຄ້າຊາວສວນເຫຼົ່ານີ້ ເຊິ່ງຫຼັງຈາກຣັດເຊຍເລີ່ມຮຸກຮານຢູເຄຣນຕັ້ງແຕ່ວັນທີ 24 ກຸມພາ ທີ່ຜ່ານມາກໍເຮັດໃຫ້ການສົ່ງອອກສິນຄ້າຢູເຄຣນຢຸດສະງັກຕັ້ງແຕ່ນັ້ນມາ.

ທີ່ມາ: ລາວໂພສ Laopost

Leave a Reply

Your email address will not be published. Required fields are marked *

Back to top button