ຂໍເງີນໃຫ້ພໍ່ບໍ່ໄດ້ ພໍ່ຕີ – ແມ່ໜີປະ

ຂໍເງີນໃຫ້ພໍ່ບໍ່ໄດ້ ພໍ່ຕີ

.

ສຽງຈາກຜູ້ໃຊ້ເຟສບຸ້ກລາຍໜຶ່ງໄດ້ເວົ້າວ່າ : ເຄີຍນັ່ງລົດລົງໄປວຽງຈັນຫຼາຍເທື່ອແລ້ວ ແລະມັກແວ່ເຂົ້າຫ້ອງນໍ້າປໍ້າ ນໍ້າມັນບ້ານນາເມືອງ ເມືອງນານ ແຂວງຫຼວງພະບາງ

ຈະມັກເຫັນເດັກນ້ອຍຜູ້ນີ້ມາຂໍເງີນຕະຫຼອດສາທຸກະເອົາໃຫ້ໄປ ແຕ່ມາເທື່ອນີ້ມາເຫັນໃນສະພາບແບບນີ້ກະເລີຍຖາມກົກປາຍສາຍເຫດທີ່ບາດເຈັບມາ

ລາວໄດ້ບອກວ່າຖຶກພໍ່ຕີ ຍ້ອນມາຂໍເງີນໄປໃຫ້ພໍ່ບໍ່ໄດ້ ພໍ່ແມ່ນກິນຢາ ແມ່ໜີປະ ສາທຸກະເລີຍໄປຖາມຄົນອ້ອມແອມແຖວນັ້ນວ່າເເມ່ນຄວາມຈິ່ງແທ້ບໍ

ເຂົາເຈົ້າກະຕອບເປັນສຽງດຽວກັນວ່າຖຶກພໍ່ຕີຕະຫຼອດຖ້າຫາກມາຂໍເງີນນຳລົດທີ່ພາແຂກມາແວ່ເຂົ້າຫ້ອງນໍ້າຢູ່ທີ່ນີ້ບໍ່ໄດ້

ສາທຸຂໍວິ້ງວອນອົງການຈັດຕັ້ງບ້ານ ແລະພາກສ່ວນທີ່ກ່ຽວຂ້ອງລົງໄປຊ່ອຍເຫຼືອແກ້ໄຂບັນຫາເດັກນ້ອຍຜູ້ນີ້ແດ່ທ້ອນ

ຄລິບ

Leave a Reply

Your email address will not be published. Required fields are marked *

Back to top button