ດ່ວນ! ເຫດ​ໄຟ​ໄໝ້​ໃນເຮືອ​ບິນ ​ຂະນະ​ທີ່​ບິນ​ຂຶ້ນ​ຈາກ​ສະໜາມ​ບິນ​

ເຫດ​ໄຟ​ໄໝ້​ໃນເຮືອ​ບິນທີ່ປະເທດຈີນ ໃນ ວັນ​ທີ 12​ ພຶດສະພາ​ ສຳນັກ​ຂ່າວ ​ຊິນ​ຮວາ​ ຈີນ ລາຍງານເຫດການ​​ໄຟ​ໄໝ້ ​ເຮືອບິນ ​ລຳ​ນຶ່ງ​ ຂອງ​ສາຍ​ການບິນ ທິ​ເບ​ດ ​ແອ​ລາຍ (Tibet Airlines) ​

ເຊີ່ງ ເປັນ​ເຮືອບິນ​Airbus A319-100 ຖ້ຽວ​ບິນ TV9833 ທີ່​ບັນທຸກ ​ຜູ້​ໂດຍສານ 113ຄົນ ​ແລະ ລູກ​ເຮືອ​ ອີກ 9ຄົນ ​​ໄດ້ແລ່ນ​ອອກ​ນອກ ທາງ​ແລນ (runway)​ ໃນຂະນະ​ທີ່ ພວມ​ອອກ​ ເດີນທາງ ຈາກ​ນະຄອນ ​ຈົງ​ຊີງ(Chongqing) ​ໄປ​ຍັງ ​ເມືອງ ຫລິນ​ຈື(Linzhi)​

ລະຫວ່າງ ພວມ​ບິນ​ຂຶ້ນ ​​​ແລະ ​​ເກີດ​ໄຟ​ໄໝ້​ຂຶ້ນ ຮຸນ​ແຮງ ຢູ່​ສະໜາມ​ບິນ ​ສາກົນ ຈົ​ງ​ຊີງ ​ເຈ່ຍ ​​ເປ່​ຍ ​(Chongqing Jiangbei ) ໃນ​ເທດ ສະບານ ນະຄອນ ຈົງ​ຊີງ (Chongqing) ທາງຕາ​ເວັນ​ຕົກ​ ສ່ຽງ​ໃຕ້ ​ຂອງ​ຈີນ ສົ່ງ​ຜົນ​ໃຫ້​ມີ​ ຜູ້​ໄດ້​ຮັບ ບາດ​ເຈັບ

ຢ່າງ​ໜ້ອຍ 25ຄົນ ຖື​ນຳ​ສົ່ງ​ໄປ​ ໂຮງໝໍ​ແລ້ວ.ຂະນະ​ນີ້ ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ ​ຂອງ​ສະໜາມ​ບິນ ສາມາດ​ ມອດ​ໄຟ​ໄດ້​ແລ້ວ ​ແລະ ສັ່ງ​ປິດ ​ສະໜາມ​ບິນ ບ່ອນ​ເກີດ​ ອຸບັດ​ເຫດ ​ໃນ​ຄັ້ງນີ້.

,,

,,,

,,

,,

ຊົມຄລີບ

,,

Cr: #AeroLaos

Leave a Reply

Your email address will not be published. Required fields are marked *

Back to top button