ແນວນີ້ກໍ່ມີ! ໄລ່ແທງສ່ຽວຮັກດັບຄາທີ ສາເຫດສ່ຽວບໍ່ອອກເງີນຊື້ເຫຼົ້າ.

ແນວນີ້ກໍ່ມີ! ໄລ່ແທງສ່ຽວຮັກດັບຄາທີ ສາເຫດສ່ຽວບໍ່ອອກເງີນຊື້ເຫຼົ້າ.

,

ຊາຍຫນຸ່ມ ໂຕ້ຖຽງໝູ່ຍ້ອນເງິນ 20 ບາດຊື້ເຫຼົ້າ ຈັບມີດແຫຼມແທງ 10 ບາດແຜ ເສຍຊີວິດຄາທີ່ໜ້າເຮືອນ ກ່ອນຈະຕິດຕໍ່ມອບຕົວ ໃນວັນທີ 12 ມັງກອນ 2023, ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ປກສ ເມືອງຄູນຄຳ ແຂວງ ພັດທະລຸງ ປະເທດໄທ ໃຫ້ຮູ້ວ່າ:

ຕອນແລງວັນທີ 11 ມັງກອນ ທີ່ຜ່ານມາ ໄດ້ຮັບການລາຍງານກ່ຽວກັບການຖືກແທງກັນດັບ ຕໍ່ໜ້າເຮືອນຫຼັງໜຶ່ງ ຈຶ່ງໄດ້ໄປກວດກາ ພ້ອມດ້ວຍໜ່ວຍກູ້ຊີບ-ກູ້ໄພ ສະຖານທີ່ເກີດເຫດພົບເຫັນຮ່າງຂອງ ທ້າວ ສິດທິກອນ ອາຍຸ 25 ປີ ນອນເສຍຊີວິດຢູ່ໜ້າເຮືອນ.

ການສືບສວນເບື້ອງຕົ້ນເປີດເຜີຍວ່າ ຜູ້ກະທຳຜິດແມ່ນ ທ້າວ ສິດທິໄຊ ອາຍຸ 26 ປີ ພາຍຫຼັງກໍ່ເຫດໄດ້ຍ່າງໄປເຮືອນຂອງ ທ້າວ ບຸນເສີມອາຍຸ 60 ປີ, ອະດີດຜູ້ຄຸມຄຸກ.

ເຊິ່ງຫ່າງຈາກຈຸດເກີດເຫດ ປະມານ 500 ແມັດ ເພື່ອບອກໃຫ້ ທ້າວ ບຸນເສີມ ວ່າຈະມອບໂຕ ພາຍຫຼັງແທງໝູ່ຈົນເສຍຊີວິດ, ທ້າວ ບຸນເສີມ ຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດ ເພື່ອເອົາຕົວໄປ.

ພັທ ສົມມາດ ໄກສິດ, ຮອງກອງບັນຊາການ ປກສ ເມືອງ ກັບເຈົ້າໜ້າທີ່ຕຳຫຼວດລາດຕະເວນລົດ ໄດ້ນໍາເອົາທ່ານ ສິດທິໄຊ ມາສອບສວນເພີ່ມເຕີມຢູ່ ສະຖານີ ຕໍາຫລວດ ເຊິ່ງ ສິດທິໄຊ ຍອມຮັບຕໍ່ຕຳຫຼວດວ່າ

ແມ່ນຜູ້ທີ່ແທງທ່ານສິດທິກອນ ໂດຍກ່ອນເກີດເຫດ ຜູ້ກ່ຽວກັບ ສິດທິກອນ ໄປຮ້ານເພື່ອຈະຊື້ເຫລົ້າ ກ່ອນຈະຮອດຮ້ານ ໄດ້ຈອດລົດເພື່ອຕົກລົງກັນວ່າ ຈະອອກເງິນຄົນລະ 20 ບາດ ເພື່ອໄປຊື້ເຫຼົ້າ.

ສິດທິໄຊ ວ່າ ລາວໄດ້ດຶງເອົາໃບເງິນ 20 ບາດ, ແຕ່ຜູ້ຕາຍບໍ່ຍອມໃຫ້. ດັ່ງນັ້ນຈຶ່ງເກີດມີການຜິດຖຽງກັັບທ້າວ ສິດທິກອນ ແລະ ດຶງມີດປາຍແຫຼມແທງຕົນເອງເສຍກ່ອນ ຈົນມີການຕໍ່ສູ້ ໃນທີ່ສຸດໄດ້ຈັບມີດ ດ້ວຍຄວາມໂກດແຄ້ນ, ໄດ້ແທງທ້າວ ສິດທິກອນ ຈົນເສຍຊີວິດ.ພາຍຫຼັງເກີດເຫດ, ລາວບໍ່ໄດ້ຄິດທີ່ຈະໜີ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button