ທີມຊາດລາວ ຖືກ ມາເລເຊຍ ເຂ່ຍຕົກຮອບບານເຕະໃນ ຊີເກມ ຄັ້ງ 31 ຮຽບຮ້ອຍ

ທີມຊາດລາວ ຖືກ ມາເລເຊຍ ເຂ່ຍຕົກຮອບບານເຕະໃນ ຊີເກມ ຄັ້ງ 31 ຮຽບຮ້ອຍ

ທີມຊາດລາວ ປະເພດບານເຕະຊາຍ ລົງສະຫນາມເປັນນັດທີ່ 03 ໃນການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມເກມການແຂ່ງຂັນ ນັດທີ 3 ມີຂື້ນໃນຕອນແລງມື້ວານນີ້ ເວລາ 19 ໂມງ ທີ່ສະຫນາມ ທຽນ ຖັງ ຜົນງານທີ່ຜ່ານມາ ທີມຊາດລາວ ລົງສະຫນາມ 2 ນັດ

  • ສະເຫມີ: ລາວ 2-2 ສິງກະໂປ ,
  • ເສຍ: ລາວ 1-4 ກຳປູເຈຍ
  • ເສຍ: ລາວ1-3 ມາເລເຊຍ

ສ່ວນຜົນງານທີມຊາດ ມາເລເຊຍ ພົບທີມຊາດລາວ ໂດຍເກມນີ້ ຄູຝືກທີມຊາດລາວ ປັບປ່ຽນຜູ້ຫລີ້ນຢູ່ 5 ຕຳແຫນ່ງ ເລີ່ມຕົ້ນເກມ ລຸກມານ ຮ່າ ຄີມ ( LUQMA HA KHIM ) ມາຍິງໃຫ້ ມາເລເຊຍ ອອກນຳກ່ອນ 1-0 ນາທີ 36

ຫລັງຈາກນັ້ນ ທ້າຍເກມນາທີ 42 ຊາຢາ ຮີ່ ( SYAHIR ) ມາຍິງໃຫ້ ມາເລເຊຍ ອອກນຳ 2-0 ຈົບເຄີ່ງເວລາ ທີ່ 01 ດ້ວຍ ສະກໍນີ້ ລົງມາຫລີ້ນໃນເຄີ່ງເວລາທີ 02 ລຸກມານຮາຄີມ ນັກເຕະຫມາຍເລກ 10 ຄົນເກົ່າ ມາຍິງ ປະຕູທີ 3 ໃຫ້ ມາເລເຊຍ ຫນີຫ່າງ 3-0

ຈາກນັ້ນນາທີ 68 ພິທັກ ກອງມາທິລາດ ມາຍິງດ້ວຍ ຕີນຊ້າຍ ບານເຂົ້າປະຕູ ໄປແບບສວຍງາມ ເຮັດໃຫ້ທີມຊາດລາວ ຍັບຂື້ນມາ ເປັນ 1-3 ຫລັງຈາກນັ້ນ ເກມການແຂ່ງຂັນຈົບລົງ ເປັນ ທີມຊາດ ມາເລເຊຍ ເອົາຊະນະໄປ 3-1 ເຮັດໃຫ້ທີມຊາດລາວຕົກຮອບ

1, ຊົມຄລີບ Highlights: ທີມຊາດມາເລເຊຍ ພົບ ທີມຊາດລາວ

ນັດຕໍ່ໄປທີມຊາດລາວຈະຫລີນນັດສຸດທ້າຍ ພົບທີມຊາດໄທ ສ່ວນ ມາເລເຊຍ ຈະພົບ ກຳປູເຈ້ຍ ສະຫລຸບ ອັນດັບຄະແນນ ສາຍ B

ອັນດັບທີ 01 ມາເລເຊຍ ແຂ່ງ 2 ຊະນະ 2 ມີ 6 ຄະແນນ

ອັນດັບ 2 ສິງກະໂປ ແຂ່ງ 3 ຊະນະ 1 ສະເຫມີ 1 ເສຍ 1 ມີ 4 ຄະແນນ

ອັນດັບ 3 ໄທ ແຂ່ງ 2 ຊະນະ 1 ເສຍ 1 ມີ 3 ຄະແນນ

ອັນດັບ 4 ກຳປູເຈ້ຍ ແຂ່ງ 2 ຊະນະ 1 ເສຍ 1 ມີ 3 ຄະແນນ

ອັນດັບສຸດທ້າຍ ທີມຊາດລາວ ແຂ່ງ 3 ສະເຫມີ 1 ເສຍ 2 ມີ 1 ຄະແນນ ( ຕົກຮອບ )

2, ຊົມຄລີບ Highlights: ທີມຊາດ Laos  1-4  Cambodia

3, ຊົມຄລີບ Highlights: ທີມຊາດ Laos  2-2 ທີມຊາດ ສີງກະໂປ

Leave a Reply

Your email address will not be published. Required fields are marked *

Back to top button