ຈີນຄົ້ນພົບຂຸມຍຸບ ເລິກ 192 ແມັດ ທີ່ມີຕົ້ນໄມ້ບູຮານສູງເກືອບ 40 ແມັດ

ທີມສຳຫຼວດຖ້ຳຂອງຈີນຄົ້ນພົບ ຂຸມຍັກ ພາຍຫຼັງກວດສອບພົບວ່າພາຍໃນຂຸມເຕັມໄປດ້ວຍໄມ້ບູຮານຫຼາຍຊະນິດ.

ສັງກັດສຳນັກສຳຫຼວດທາງທໍລະນີວິທະຍາແຫ່ງປະເທດຈີນ ລະບຸວ່າຂຸມນີ້ແມ່ນຖືກຄົ້ນພົບທີ່ເຂດປົກຄອງກວ່າງຊີຈ້ວງ ທາງຕອນໃຕ້ຂອງຈີນ ຢູ່ໃກ້ກັບບ້ານຜິງເອີ.

ຂຸມຍຸບດັ່ງກ່າວນີ້ ກວ້າງ 150 ແມັດ, ຍາວ 306 ແມັດ ແລະ ເລິກ 192 ແມັດ ແລະ ສາມາດຈັດເປັຍຂຸມຍຸບຂະໜາດໃຫຍ່.

ການຄົ້ນພົບຂຸມຍັກໃນພື້ນທີ່ດັ່ງກ່າວຄັ້ງນີ້ບໍ່ແມ່ນຄັ້ງທຳອິດ ເພາະມີການຄົ້ນພົບຂຸມຍຸບໃນເມືອງນີ້ ລວມໄດ້ປະມານ 30 ຂຸມແລ້ວ,

..

ທາງໃນກຳແພງຂຸມຍັກ ຍັງມີຖ້ຳຂະໜາດໃຫຍ່ 3 ແຫ່ງ ເຊິ່ງໄດ້ມີການສັນນິຖານວ່າເປັນຊາກວິວັດທະນາການຂອງຂຸມໃນຍຸກທຳອິດ ສ່ວນທາງດ້ານລຸ່ມຂອງຂຸມ ມີປ່າດົງດິບທີ່ສະພາບດີ.ຫົວໜ້າທີມສຳຫຼວດຖ້ຳກວ່າງຊີ 702 ໄດ້ກ່າວວ່າ:

ຕົ້ນໄມ້ບູຮານຫຼາຍຊະນິດໃນຂຸມນີ້ ແມ່ນສູງເກືອບ 40 ແມັດ ແລະ ມີພືດຈຳນວນຫຼາຍຈະເລີນເຕີບໂຕຢ່າງໜາແໜ້ນສູງປະມານພຽງບ່າ ສະມາຊິກທີມໄດ້ເຮັດການສຳຫຼວດໂດຍຢ່ອນຕົວລົງໄປເລິກກວ່າ 100 ແມັດ ແລະ ໃຊ້ເວລາຍ່າງຫຼາຍຊົ່ວໂມງກວ່າຈະຮອດດ້ານລຸ່ມຂອງຂຸມຍຸບແຫ່ງນີ້.

ຂຸມຍຸບຍັກແຫ່ງນີ້ ມີລັກສະນະທີ່ໃຫຍ່ກວ້າງຈົນຕ້ອງໃຊ້ຄຳວ່າຍັກ ຫຼື ເອີ້ນອີກຢ່າງໜຶ່ງວ່າ “ທຽນເຄິງ” ໂດຍຈະພົບຫຼາຍໃນປະເທດຈີນ, ເມັກຊິໂກ, ແລະ ປາປົວນິວກິນີ ເຊິ່ງເປັນປະເທດທີ່ມີລັກສະນະພິເສດທາງທໍລະນີວິທະຍາ.

ຂໍ້ມູນຈາກ: lao x

Leave a Reply

Your email address will not be published. Required fields are marked *

Back to top button