ນາງ ປຸກກີ້ ສະເຫລີມບຸຜາ ນັກກິລາ ຮັບຫລຽນຢ່າງເປັນທາງການ ທີ່ເຂົ້າຮ່ວມການແຂ່ງຂັນຊີເກມໃນຄັ້ງທີ 31

ຮັບຫລຽນຢ່າງເປັນທາງການ ນາງ ປຸກກີ້ ສະເຫລີມບຸຜາ ນັກກິລາປັນຈັດສີລັດ ທີມຊາດລາວ ປະເພດຟ້ອນດຽວຍິງ ມີອຸປະກອນ ໃນການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສຫວຽດນາມ

ການແຂ່ງຂັນຮອບທີ 01 ປຸກກີ້ ເອົາຊະນະ ນັກກິລາຈາກ ສິງກະໂປ ດ້ວຍຄະແນນ 9,900 ຄະແນນ ຮອບ 02 ປຸກກີ້ ພົບກັບນັກກິລາ ຈາກປະເທດ ອີນໂດນີເຊຍ ທີ່ເປັນແຊ້ມເກົ່າ ແລະ ນັກກິລາ ອິນໂດນີເຊຍ ຊະນະ ໄປ ເຮັດໃຫ້ ປຸກກີ້ ໄດ້ອັນດັບ 03 ຫລຽນທອງ ມາຄອງ. ສຳລັບນັກກິລາ ທີມຊາດລາວ ທີ່ເຂົ້າຮ່ວມການແຂ່ງຂັນຊີເກມໃນຄັ້ງທີ 31

ທີ່ ສສ ຫວຽດນາມ ຖ້ານັກກິລາທີມຊາດລາວ ຍາດໄດ້ຫລຽນລາງວັນ ບໍລິສັດ ເບຍລາວ ຈຳກັດ ຈະມອບເງີນອຸປະຖຳ ຫລຽນຄຳ 10 ລ້ານກີບ ຫລຽນເງີນ 7 ລ້ານກີບ ຫລຽນທອງ 5 ລ້ານກີບ ບໍລິສັດ ເບຍລາວ ຈຳກັດ ໃຫ້ການອຸປະຖຳ ທັບນັກກິລາລາວ

ລວມມູນຄ່າ 400 ລ້ານກີບ ໃນນັ້ນປະກອບມີເງີນ ອຸປະກອນ ຜະລິດຕະພັນເຄື່ອງດື່ມ ແລະ ອຸປະຖຳນັກກິລາທີ່ຍາດຫລຽນລາງວັນໄດ້

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button