ສະມາຄົນນ້ຳມັນເຊື້ອໄຟ ສະເໜີຫຼາຍທາງອອກ ປະຄອງບໍ່ໃຫ້ນໍ້າມັນແພງຈົນເກີນໄປ

ປີ 2021 ປະເທດເຮົານໍາເຂົ້ານໍ້າມັນ ເຊື້ອໄຟ 1.161 ລ້ານລິດມູນຄ່າ 642,76 ລ້ານໂດລາສະຫະລັດ. ຂະນະທີ່ປີ 2022 ທ່າມກາງລາຄານໍ້າມັນໃນຕະຫຼາດໂລກປັບສູງຂຶ້ນ ສະມາຄົມນໍ້າມັນເຊື້ອໄຟ

ໄດ້ສະເໜີຫຼາຍບັນຫາໃຫ້ພາກລັດພິຈາລະນາ ເພື່ອປະຄັບປະຄອງບໍ່ໃຫ້ລາຄານໍ້າມັນພາຍໃນປະເທດປັບສູງຂຶ້ນຈົນເກີນໄປ ລວມເຖິງຈັດສັນເງິນຕາຕ່າງປະເທດຮອງຮັບການຈັດຊື້ແລະຂົນສົ່ງນໍ້າມັນ.

ກອງປະຊຸມສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ (ສນກ) ປະຈໍາປີ 2022 ຈັດຂຶ້ນວັນທີ 10 ພຶດສະພາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ

ການຄ້າ(ອຄ), ມີທ່ານ ສີສັງຄົມ ໂຄດໂຍທາ ປະທານ ສນກ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທຸລະກິດນໍ້າມັນເຂົ້າຮ່ວມ.

ທ່ານ ສີສັງຄົມ ໂຄດໂຍທາ ກ່າວວ່າ: ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ (ສນກ) ມີ 60 ບໍລິສັດ ປະກອບດ້ວຍສະມາຊິກສາມາມັນ 51 ບໍລິສັດ ແລະ ສະມາຊິກສະໜັບສະໜູນ 9 ບໍລິສັດ.

ການດໍາເນີນທຸລະກິດໃນປີ 2021 ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຂັ້ນຕອນ ແລະ ຄ່າໃຊ້ຈ່າຍຂອງຜູ້ປະກອບທຸລະກິດເພີ່ມຂຶ້ນ ສະພາບລາຄານໍ້າມັນໃນຕະຫຼາດໂລກປັບຕົວສູງຂຶ້ນ ບັນຫາການສະໜອງເງິນຕາ ຕ່າງປະເທດບໍ່ພຽງພໍ ແລະ ຂໍ້ຈໍາກັດໃນການດໍາເນີນທຸລະກິດ ໃນຫຼາຍດ້ານ.

ການນໍາເຂົ້ານໍ້າມັນ ເຊື້ອໄຟທຸກຊະນິດ ຈໍານວນ 1.161 ລ້ານລິດ ມູນຄ່າ 642,76 ລ້ານໂດລາສະຫະລັດ, ການນໍາເຂົ້າອາຍແກັດຫຸງຕົ້ມ PLG ຈໍານວນ 1,79ລ້ານກີໂລກຣາມ ມູນຄ່າ 202.227 ໂດລາສະຫະລັດ.ດ້ານການຈໍາໜ່າຍ ນໍ້າມັນເຊື້ອໄຟທຸກຊະນິດ ຈໍານວນ 1.166 ລ້ານລິດ ມູນຄ່າ 8.166 ຕື້ກວ່າກີບ, ຈໍາໜ່າຍ ອາຍແກັດຫຸງຕົ້ມ PLG ຈໍານວນ 1,89ລ້ານກີໂລກຣາມ ມູນຄ່າ 3,25 ຕື້ກີບ.

ການນໍາເຂົ້ານໍ້າມັນເຊື້ອໄຟປີ 2021 ທຽບໃສ່ປີ 2020ຫຼຸດລົງ 13,35%ຫຼາຍບໍລິສັດປະສົບກັບການຂາດທຶນ ການນໍາເຂົ້ານໍ້າມັນເຊື້ອໄຟມາສະໜອງໃຫ້ສັງຄົມບໍ່ພຽງພໍ ໃນບາງຄັ້ງຄາວ.

ທີ່ມາ: ເສດຖະກິດການຄ້າ

Leave a Reply

Your email address will not be published. Required fields are marked *

Back to top button