ຂ່າວດີມາແລ້ວ! ກຽມຮັບລາຄານ້ຳມັນຖືກ ..ຂົນສົ່ງນ້ຳມັນເປັນບວນເລີຍ

ລອດແລ້ວເດີ້!!! ນ້ຳັນ ມາແລ້ວເດີ້ ຢ່າຍາດກັນเดี้ ເພາະມາເປັນຂະບວກໃຫຍ່ແລ້ວ…

ເຖິງພໍ່ແມ່ພີ່ນ້ອງປະຊາຊົນລາວ, ນີ້ຄືຂະບວນການຂົນສົ່ງນໍ້າມັນເຂົ້າ ສປປ ລາວ ບໍ່ຕ້ອງກັກຕຸນ ແລະ ຍາດກັນໃສ່ກໍໄດ້.

ຊົມຄລີບ

ເນື່ອງຈາກທ່ານນາຍົກເຫັນໃຊປະຊາເລື່ອງນ້ຳມັນແພງ ນາຍົກແຈ້ງໃນວັນ​ 6 ພຶດສະພາ​ 2022 ຜ່ານມານີ້​ ຫສນຍ ອອກແຈ້ງການ ທິດຊີ້ນຳກ່ຽວກັບການສະເໜີສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟ​ ໂດຍທ່ານນາຍົກລັດຖະມົນຕີເຫັນດີຕາມການສະເໜີຂອງກະຊວງການເງິນ:

1. ໃຫ້ກະຊວງອຸດສາຫະກຳ ແລະ​ ການຄ້າເປັນໃຈກາງສົມທົບ ກັບກະຊວງການເງິນ ແລະ​ ພາກສ່ວນກ່ຽວຂ້ອງຄົນຄວ້າກົນໄກການນຳເຂົ້ານໍ້າມັນເຊື້ອໄຟຜ່ານບໍລິສັດໃນໜຶ່ງໃນການເຈລະຈາຕໍ່ລອງຊື້ນໍ້າມັນເຊື້ອໄຟ,​

ໃຫ້ສາມາດລວມສູນໃນການນຳເຂົ້າ ແລະ​ ແຈກຢາຍນໍ້າມັນເຊື້ອໄຟເຊັ່ນ ໃຫ້ລັດວິສາຫະກິດນໍ້າມັນເຊື້ອໄຟ ຮ່ວມກັບບໍລິສັດນໍ້າມັນເຊື້ອໄຟເອກະຊົນຈຳນວນໜຶ່ງຕັ້ງເປັນບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດ

ເພື່ອນຳເຂົ້າ ແລະ​ ແຈກຢາຍນໍ້າມັນເຊື້ອໄຟໃຫ້ມີຄວາມຄ່ອງຕົວ,​ ກວດກາ​ ແລະ​ ສະດວກໃນການຕິດຕາມເກັບລາຍຮັບ, ພ້ອມທັງເຈລະຈາຊື້ນໍ້າມັນເຊື້ອໄຟໃນລາຄາຍ່ອມເຍົາຈາກຣັດເຊຍເພື່ອຊ່ວຍຫຼຸດຕົ້ນທຶນການນຳເຂົ້ານໍ້າມັນເຊື້ອໄຟ.​

2.ໃຫ້ກະຊວງການເງິນສັມທົບກັບທະນາຄານແຫ່ງ ສປປ​ ລາວ​ ແລະ​ ພາກສ່ວນກ່ຽວຂ້ອງ​ ຄົ້ນຄວ້າກົນໄກການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ​ ສະໜອງເງິນຕາຕ່າງປະເທດໃຫ້ພຽງພໍ

ເພື່ອຮັບປະກັນໃຫ້ມີນໍ້າມັນເຊື້ອໄຟໃຫ້ພຽງພໍກັບຄວາມຕ້ອງການແລ້ວລາຍງານທ່ານນາຍົກລັດຖະມົນຕີມີທິດຊີ້ນຳໃນເວລາອັນຄວນ.

ແຈ້ງການ

This image has an empty alt attribute; its file name is FB_IMG_1651881742690.jpg

Leave a Reply

Your email address will not be published. Required fields are marked *

Back to top button