ດ່ວນ! 5 ປະທານທະນາຄານ! ເຂົ້າຮ່ວມປຶກສາຫາລື ແກ້ໄຂບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ

ດ່ວນທີ່ສຸດ ແຈ້ງການເຊີນ

– ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 574/ນຍ, ລົງວັນທີ 28 ກັນຍາ 2021;

– ອີງຕາມ ການຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໃນວັນທີ 9ພືດສະພາ 2022. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດຮຽນເຊີນ:

1. ທ່ານ ຜູ້ອໍານວຍການທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ.

2. ທ່ານ ປະທານທະນາຄານພັດທະນາລາວ

3. ທ່ານ ປະທານທະນາຄານສົ່ງເສີມກະສິກໍາ.

4. ທ່ານ ປະທານທະນາຄານ ເອັສ ທີ ແບ່ງ.

5. ທ່ານ ປະທານທະນາຄານ ພົງສະຫວັນ.

ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືການພົບປະ ລະຫວ່າງ 3 ເອກອັກຄະລັດຖະທູດ ປະຈໍາ ສ ປປ ລາວ (ສປ ຈີນ, ສສ ຫວຽດນາມ, ສ. ຣັດເຊຍ) ກັບ ກະຊວງກ່ຽວຂ້ອງ ແລະ ຜູ້ປະກອບການ ກ່ຽວກັບມາດຕະການຕົວຈິງໃນການ ແກ້ໄຂບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ພາຍໃຕ້ການເປັນປະທານຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດເສດຖະກິດ ລາຍລະອຽດດັ່ງນີ້:

ວັນທີ, ເວລາ ແລະ ສະຖານທີ່

– ວັນທີ : 12 ພຶດສະພາ 2022 •

ເວລາ : 14:00 ໂມງ-16:30 ໂມງ

• ສະຖານທີ່ : ຫ້ອງປະຊຸມ ຊັ້ນ III (ຫ້ອງ 325) ຕຶກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

( ລາຍລະອຽດ ໄດ້ມີເປົ້າຫມາຍ ຜູ້ເຂົ້າຮ່ວມປະຊຸມ ແລະ ວາລະຄັດຕິດມາພ້ອມນີ້). ດັ່ງນັ້ນ, ຈຶ່ງຮຽນເຊີນ ມາຍັງບັນດາທ່ານ ເພື່ອເຂົ້າຮ່ວມປະຊຸມ ຕາມແຈ້ງການເຊີນ ໃນຄັ້ງນີ້ດ້ວຍ.

ລັດຖະມົນຕີ,ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕິດຕໍ່ພົວພັນ: ແຈ້ງຜູ້ເຂົ້າຮ່ວມໂທ: 020 58456456

Leave a Reply

Your email address will not be published. Required fields are marked *

Back to top button