ສະເໜີ 3 ບັນຫາຕໍ່ພາກລັດ ໃນການຮັບປະກັນໃຫ້ສັງຄົມມີນໍ້າມັນເຊື້ອໄຟໃຊ້ຢ່າງປົກກະຕິ

  ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັສລາວ (ສນກ) ໄດ້ຜ່ານບົດສະຫຼຸບຂອງສະມາຄົມປີ 2021 ແລະ ທິດທາງແຜນການປີ 2022 ໃນກອງປະຊຸມ ສນກ ປະຈໍາປີ 2022 ວັນທີ 10 ພຶດສະພາ ມີບາງຕອນໄດ້ສະເໜີຂໍ້ຄິດເຫັນຕໍ່ພາກລັດ 3 ບັນຫາຄື:

ການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ ປັບລາຄາ CIF ໃຫ້ສອດຄ່ອງຕາມການເໜັງຕີງຂອງລາຄານໍ້າມັນໃນຕະຫຼາດໂລກ ປັບອັດຕາພາສີ ອາກອນ ແລະ ຄ່າທໍານຽມການນໍາເຂົ້າ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟໃຫ້ສອດຄ່ອງຕາມກົດໝາຍ ແລະ ພັນທະດ້ານພາສີ-ອາກອນຂອງກຸ່ມປະເທດອາຊຽນ

ປັບຄ່າບໍລິການໃຫ້ບໍລິສັດນໍ້າມັນເຊື້ອໄຟ ເພື່ອຊ່ວຍໃນການດັດສົມລາຄານໍ້າມັນ ແລະ ແຮຮອງສຸກເສີນ ເພີ່ມຄວາມຖີ່ໃນການປັບລາຄານໍ້າມັນເຊື້ອໄຟຈາກສະເລ່ຍ 15 ວັນ ມາເປັນ 7 ວັນ ໃນກໍລະນີລາຄານໍ້າມັນໃນຕະຫຼາດໂລກເພີ່ມຂຶ້ນສູງຫຼາຍ ສະເໜີໃຫ້ພາກລັດມີການຫຼຸດຜ່ອນ ຫຼື ໂຈະການເກັບເງິນຄ່າບູລະນະທາງ ຫຼຸດອັດຕາພາສີ ອາກອນ ຄ່າທໍານຽມການນໍາເຂົ້າ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟ ເພື່ອບໍ່ໃຫ້ລາຄານໍ້າມັນທີ່ຈໍາໜ່າຍໃນສັງຄົມແພງຈົນເກີນໄປ.

    ການສະໜອງເງິນຕາຕ່າງປະເທດ ແລະ ອັດຕາແລກປ່ຽນ ສະເໜີໃຫ້ຂະແໜງການເງິນຈັດສັນເງິນຕາຕ່າງປະເທດ ເພື່ອສະໜອງໃຫ້ບໍລິສັດນໍາເຂົ້ານໍ້າມັນ ສໍາລັບຈັດຊື້ນໍ້າມັນເຊື້ອໄຟ ແລະ ຊໍາລະຄ່າຂົນສົ່ງໃຫ້ຕ່າງປະເທດຢ່າງໜ້ອຍ 50% ຂອງຄວາມຕ້ອງການສະເລ່ຍເດືອນລະ 60 ລ້ານໂດລາ ດັດສົມອັດຕາແລກປ່ຽນເງິນຕາຕ່າງປະເທດລະຫວ່າງທະນາຄານທຸລະກິດຂອງລັດ ທະນາຄານຕ່າງປະເທດ ແລະ ຮ້ານແລກປ່ຽນເງິນບໍ່ໃຫ້ມີຄວາມແຕກຕ່າງກັນຫຼາຍເກີນໄປ.

    ຂັ້ນຂອດໃນການຄຸ້ມຄອງຂອງພາກລັດ ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາດ້ານການນໍາເຂົ້ານໍ້າມັນເຊື້ອໄຟຢູ່ດ້ານຕົ້ນທາງ ເພື່ອຮັບປະກັນໃຫ້ການຈັດເກັບພາສີ-ອາກອນ ແລະ ປະຕິບັດພັນທະງົບປະມານຢ່າງຖືກຕ້ອງຕົບຖ້ວນ ຫຼຸດຜ່ອນຂັ້ນຂອດ ແລະ ຄ່າໃຊ້ຈ່າຍໃນການນໍາເຂົ້າ ການຂົນສົ່ງ ການເຄື່ອນຍ້າຍ ແລະ ການບໍລິການນໍ້າມັນເຊື້ອໄຟ ອາຍແກັສ

ນໍ້າມັນເຄື່ອງ ແລະ ສິນຄ້າອື່ນໆທີ່ຕິດພັນກັບທຸລະກິດຂອງ ສນກ ທົບທວນຄືນນິຕິກໍາຂອງພາກລັດ (ຂັ້ນສູນກາງ ແລະ ທ້ອງຖິ່ນ) ທີ່ຕິດພັນກັບການຄຸ້ມຄອງນໍ້າມັນເຊື້ອໄຟໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ສາມາດປະຕິບັດໃຫ້ເປັນເອກະພາບກັນ ພິຈາລະນາການອະນຸຍາດປຸກສ້າງປໍ້ານໍ້າມັນໃນບາງຈຸດໃຫ້ສອດຄ່ອງຕາມລະບຽບການ

ເພື່ອໃຫ້ມີການແຂ່ງຂັນທີ່ຍຸຕິທໍາ ແລະ ຮັບປະກັນດ້ານຄວາມປອດໄພ ທົບທວນຄືນກ່ຽວກັບການປະຕິບັດດຳລັດ 331/ນຍ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ໂດຍການປັບປຸງ ຫຼື ດັດແກ້ບາງເນື້ອໃນ-ບາງມາດຕາໃຫ້ຊັດເຈນຂຶ້ນຕື່ມ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

    ການສະເໜີດັ່ງກ່າວເພື່ອຮັບປະກັນໃຫ້ມີນໍ້າມັນເຊື້ອໄຟ ອາຍແກັສ ແລະ ນໍ້າມັນເຄື່ອງ ທີ່ເປັນສິນຄ້າກະທົບໄວຕໍ່ເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຮັບໃຊ້ສັງຄົມຢ່າງເປັນປົກກະຕິ

ໂດຍຜູ້ປະກອບການສາມາດເຄື່ອນໄຫວທຸລະກິດຕາມກົນໄກຕະຫຼາດທີ່ມີການແຂ່ງຂັນຍຸຕິທໍາ ປະກອບສ່ວນພັດທະນາງົບປະມານຢ່າງຖືກຕ້ອງ ພາຍໃຕ້ການຄຸ້ມຄອງ ແລະ ອໍານວຍຄວາມສະດວກຂອງພາກລັດ.

ທີVientiane Mai

Leave a Reply

Your email address will not be published. Required fields are marked *

Back to top button