ສຸດສະເທືອນໃຈ​ ຢາກເຫັນລູກ 5 ຄົນ ແຕ່ໂທຫາແລ້ວຖືກຕັດສາຍພໍ່ຖິ້ມໝົດ..

​ສຸດສະເທືອນໃຈ​ ຢາກເຫັນລູກ 5 ຄົນ ແຕ່ໂທຫາແລ້ວຖືກຕັດສາຍພໍ່ຖິ້ມໝົດ ນີ້​​ເຮົາ​ຂໍຍົກອີກ​ຫນຶ່ງ​​ເລື່ອງ​ທີ່​ສຸດຈະສະເທືອນໃຈ​ ຫຼັງຈາກຜູ້ໃຊ້ແອັບພລິກເຄຊັນ t.i.k.t.o.k ທ່ານຫນຶ່ງໄດ້ເອົາມາລົງ

ໂດຍໃນຄລິບ ບອກວ່າໄດ້ຂຶ້ນລົດທົວກຸງເທບ-ຮ້ອຍເອັດ ເພື່ອໄປງານແຕ່ງດອງຂອງໝູ່ສະໜິດແລະ ໄດ້ພົບກັບພໍ່ຕູ້ຜູ້ໜຶ່ງຊື່ ບຸນມີ ອາຍຸ 83 ປີ, ເຊິ່ງໃນຕອນທຳອິດທາງທົ່ວເພີ່ນ

ຈະບໍ່ຮັບພໍ່ຕູ້ເດີນທາງໄປນຳ ເນື່ອງ​ຈາກ​ວ່າ​ໄດ້​ເຫັນ ສະພາບການແຕ່ງຕົວມອມແມມແຕ່ໄດ້​ທະຫານ​ໜຸ່ມ​ຄົນ​ໜຶ່ງ​ເສຍສະລະບ່ອນ​ນັ່ງ​ຢູ່​ທາງ​ຫຼັງສຸດ

ດັ່ງນັ້ນພໍ່ຕູ້ຈຶ່ງສາມາດຂຶ້ນລົດທົວຄັນນີ້ເພື່ອກັບບ້ານ
ໂດຍພໍ່ຕູ້ໄດ້ບອກຊາຍໜຸ່ມທີ່ນັ່ງຢູ່ຂ້າງລາວວ່າ ລາວມາກຸງເທບ ເພາະຢາກເຫັນລູກ 5 ຄົນຂອງລາວ

ທີ່​ຕອນມາ​ເຮັດ​ວຽກ​ແລະ​ອາ​ໃສ​ຢູ່​ໃນ​ຕົວ​ເມືອງ​ ບໍ່​ເຄີຍ​ກັບ​ຄືນ​ໄປ​ຢ້ຽມ​ຢາມ​ຕົນເລີຍ​ຫລາຍ​ປີແລ້ວ​ແຕ່ຊອກຫາບໍ່ໄດ້ ສະນັ້ນຈຶ່ງກັບບ້ານ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ວ່າ​ພໍ່​ຕູ້ຈະ​ບໍ່​ສະບາຍ​ ​ແຕ່​ເພິ່ນ​ກໍ​ບໍ່​ເຄີຍ​ມີ​ລູກ​ຄົນ​ໃດ​ຄິດ​ວ່າ​ຈະ​ກັບ​ມາ​ດູ​ແລຜູ້ເປັນພໍ່ແມ່ເລີຍ ສະ​ນັ້ນ ​ຈຶ່ງ​ໄດ້​ສ່ຽງ​ທີ່​ຈະ​ມາ​ກຸງເທບ ​ເພື່ອ​ພົບ​ກັບ​ລູກ​ໄດ້​ໃນຈໍາ​ນວນເງິນ​​ອັນນ້ອຍ

ແຕ່​ກໍໄດ້​ຮັບ​ຄວາມ​ຜິດ​ຫວັງ​ກັບ​ຄືນ​ໄປ​​ ໂດຍເງິນທີ່ຕິດຕົວນຳພໍ່ຕູ້ ຕອນກັບບ້ານຢູ່ ຮ້ອຍເອັດເຫຼືອພຽງ 100 ບາດ ຊາຍໜຸ່ມຄົນນີ້ ໄດ້ມອບເງິນຈຳນວນໜຶ່ງໃຫ້ພໍ່ຕູ້ນຳໃຊ້ກ່ອນທີ່ຈະຊື້ຂອງກິນໃນເວລາເດີນທາງ ຍິ່ງໄປກວ່ານັ້ນ ສິ່ງທີ່ເຮັດໃຫ້ຊາຍໜຸ່ມຄົນນີ້ ນໍ້າຕາໄຫຼ

ກັບເລື່ອງຂອງລຸງ ເມື່ອ​​ໂທຫາ​ລູກໆ​ທັງ 5 ຄົນ​ມາ​ບອກ​ໃຫ້​ເຂົາເຈົ້າມາ​ເບິ່ງ​ພໍ່ແດ່ທຸກ​ຄົນ​ຕັດ​ສາຍທັງຫມົດ ​ທັງ​ 5 ​ຄົນ ຈົນ​ຊາຍ​ໜຸ່ມ​ຄົນ​ນີ້​ເສຍ​ໃຈ​ຫຼາຍ​ກັບ​ເຫດການ​ນີ້ໂດຍຊາຍໜຸ່ມຄົນນີ້ຂຽນຄຳບັນຍາຍເຖິງລູກໆຂອງພໍ່ຕູ້ ທັງ 5 ຄົນວ່າ ດີມຝາກແຊຮ໌ຄລິບນີ້ໃຫ້ ຂຸນເພັດ

ຂຸນ ເມກ ຂຸນດິນ ແລະ ອີກ 2 ຄົນ ພວກເຈົ້າຮູ້ວ່າພໍ່ເຈົ້າຄິດຮອດພວກເຈົ້າຫລາຍ ແລະ ເພີ່ນກໍບໍ່ສະບາຍດຽວນີ້ແລະກໍາລັງລຳບາກ ຖ້າເຈົ້າຍັງເປັນຄົນຢູ່ ກໍກັບຄືນໄປເບິ່ງແຍງເພີ່ນແດ່

ຊົມຄລີບ

ແຫຼ່ງທີ່ມາ siamstreet

Leave a Reply

Your email address will not be published. Required fields are marked *

Back to top button