ສະຫວັນນະເຂດ ຢືດນໍ້າມັນຂາຍແຄມທາງ.

ໃນວັນທີ 10 ພຶດສະພາ 2022, ຂະແໜງການຄ້າພາຍໃນ,ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າແຂວງ

ລົງສົມທົບກັບເຈົ້າໜ້າທີ່ກວດກາການຄ້າ ນະຄອນໄກສອນພົມວິຫານ ລົງເຄື່ອນໄຫວກວດກາການຂາຍນ້ຳມັນເຊື້ອໄຟແອັດຊັງ (ໃສ່ກະຕຸກ) ຕາມແຄມທາງໃນເທດສະບານ.

ການລົງຄັ້ງນີ້, ໄດ້ພົບເຫັນການຂາຍແບບຊະຊາຍ ແລະ ຂາຍໃນລາຄາທີ່ສູງເກີນ.ເຊິ່ງຜ່ານມາທາງເຈົ້າທີ່ກວດກາການຄ້າເຄີຍໄດ້ເຮັດບົດບັນທຶກກ່າວເຕືອນແລ້ວ 1 ຄັ້ງ.

ສະນັ້ນເຈົ້າໜ້າທີ່ກວດກາການຄ້າຈຶ່ງໄດ້ກວດກາ ເປັນຄັ້ງທີ 2 ແລະ ຍັງພົບເຫັນການຂາຍນ້ຳມັນແອັດຊັງ (ໃສ່ກະຕຸກ) ທາງເຈົ້າໜ້າທີ່ຈຶ່ງໄດ້ຢຶດເອົານໍ້າມັນດັ່ງກ່າວ ຈໍານວນ 32 ລິດ ໃນ 16 ຫົວໜ່ວຍ ແລະ ພ້ອມທັງແຈ້ງໃຫ້ຢຸດເຊົາການຂາຍ.

,,

ຂາຍນໍ້າມັນຊະຊາຍຍັງຜິດຕໍ່ລະບຽບການ ດໍາລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ27 ຕຸລາ 2017 ແລະ ຜິດຕໍ່ແຈ້ງການ ປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ຈຸດຕ່າງໆ ໃນຂອບເຂດເທດສະບານແຂວງ, ເມືອງ. ສະບັບເລກທີ: 1884/ພອຄ, ລົງວັນທີ 10 ພຶດສະພາ 2022.

ທີ່ມາ: ເມືອງລາວທັນເຫດການ

Leave a Reply

Your email address will not be published. Required fields are marked *

Back to top button