ແບບນີ້ກໍ່ມີ!..​ສວຍໂອກາດຂຶ້ນລາຄານໍ້າມັນ.. ຊື້ 1 ແສນ ແຕ່ ໃສ່ 90,​000 ກີບ..

ບາງປາກົດການສວຍໂອກາດຂຶ້ນລາຄານໍ້າມັນ ບາງປໍ້າ ຢູ່ນະຄອນຫລວງວຽງຈັນຈາກການ​ສ່ອງແສງ​ຂອງປະຊາຊົນ​..​ເຊີ່ງມີຜູ້ໃຊ້ເຟສບຸກທ່ານ ຫລືລູກຄ້າທ່ານຫນື່ງໄປຕື່ມນ້ຳມັນ..ຕື່ມ 100,000 ກີບ..​ແຕ່ພະນັກງານປ້ຳ ບອກວ່າຕ້ອງຈ່າຍ 110,000ກີບ..

ແຕ່ເນື່ອງຈາກຄວາມຈຳເປັນລູກຄ້າຈື່ງໄດ້ເຮັດຕາມພະນັກງານເວົ້າ ຕື່ມເລີຍ 110,000 ກີບ… ເມື່ອລູກຄ້າພະນັກງານປ້ຳເປັນຫຍັງຈື່ງເກັບແບບນີ້..​ພະນັກງານ​ປ້ຳຕອບ ວ່າ ເຮັດຕາມຄຳສັ່ງຂອງຫົວຫນ້າ..​

ຂໍໃຫ້​ພາກສ່ວນກ່ຽວຂ້ອງ​ລົງກວດກາ​ເຫດການນີ້ດ້ວຍ.

ເຫດການນີ້ຄາດວ່າເກີດຂຶ້ນໃນວັນທີ 10 ພຶດສະພາ​ 2022 #ວີດີໂອລາວພັດທະນາ​ #ສວຍໂອກາດຂຶ້ນລາຄານໍ້າມັນ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button