ຕັດຄົນ 5 ປະເພດນີ້ ອອກໄປຈາກຊີວິດ ແລ້ວຊີວິດຈະມີຄວາມສຸກຫຼາຍຂື້ນ

ຕັດຄົນ 5 ປະເພດນີ້ ອອກໄປຈາກຊີວິດ ແລ້ວຊີວິດຈະມີຄວາມສຸກຫຼາຍຂື້ນ, ເຊີ່ງ ຄົນ 5 ປະເພດນັ້ນມີຄື ( ແຊໃຫ້ຫມູ່ໄດ້ອ່ານນຳເດີ້ )

1.ຄົນທີ່ບໍ່ເຄີຍແນມເຫັນຄຸນຄ່າໃນໂຕເຮົາເຮົາບໍ່ຈຳເປັນຕ້ອງໃຫ້ໃຜມາດູຖູກຄຸນຄ່າຂອງໂຕເຮົາເອງຕໍ່ໃຫ້ຄົນໜົດໂລກນີ້ບໍ່ເຫັນຄຸນຄ່າໃນໂຕເຮົາ. ເຮົາຕ້ອງເຫັນຄຸນຄ່າຂອງໂຕເຮົາເອງໃຫ້ໄດ້ ຄົນທີ່ຮັກເຮົາ ຈີງໃຈກັບເຮົາຈະແນມເຫັນວ່າເຮົາມີຄຸນຄ່າກັບເຂົາສະເໜີ

2. ຄົນທີ່ຂາດຄວາມຮັບຜິດຊອບໃນໂຕເອງ ແລະ ຄົນຮອບຂ້າງຄົນທີ່ຂາດຄວາມຮັບຜິດຊອບຄືຄົນທີ່ຄວນຕັດອອກຈາກຊີວິດຫຼາຍທີ່ສຸດເພາະຈະເຮັດໃຫ້ມີເລື່ອງກັງວົນໃຈຫຼາຍຢ່າງເຂົາມາໃນຊີວິດຂອງເຮົາບໍ່ແມ່ນເບີ່ງແຕ່ຄົນຢູ່ຮອບໂຕເຮົາເດີ່ ວ່າເຂົາຂາດຄວາມຮັບຜິດຊອບບໍ່ຕ້ອງຍ້ອນກັບມາເບີ່ງໂຕເອງອີກວ່າ ເຮົາມີຄວາມຮັບຜິດຊອບແລ້ວ ຫຼື ຍັງ ?

3. ຄົນທີ່ເວົ້າແຕ່ແນວລົບໆ ເຮັດໃຫ້ເຮົາຈິດຕົກມັນຈະມີຄົນບາງປະພດທີ່ເຂົາມາລົມກັບເຮົາ ແບບວ່າຈະບໍ່ມີເລື່ອງດີໆເວົ້າອອກມາຈາກປາກເລີຍ ຄົນແບບນີ້ຄວນຢູ່ໄກໆເອົາໄວ້ແນ່ກະດີ ເພາະຄຳເວົ້າຂອງເຂົາອາດຈະເຮັດໃຫ້ເຮົາຈິດຕົກ ແລະ ມີແຕ່ຄວາມຄິດລົບໆເຂົ້າມາໃນຊີວິດ

4.ຄົນທີ່ພະຍາມທຳຮ້າຍເຮົາ ທັງທາງຕົງ ແລະ ທາງອ້ອມອັນນີ້ຕ້ອງໃຊ້ເວລາເບີ່ງກັນດົນໆເຖີງຈະໄດ້ຮູ້ ບາງຄົນທີ່ເຂົ້າມາຫາເຮົາກໍດີທີ່ສຸດ ບາງຄົນກໍດ່າ ຫຼື ທຳຮ້າຍເຮົາ ແບບໃຈຫາຍຄືກັນ

ແບບວ່າບໍ່ຄິດວ່າຈະເປັນຄົນແບບນີ້ ສີ່ງທີ່ຕ້ອງເຮັດໃຫ້ໄດ້ຄືຕ້ອງຕັດໃຫ້ຂາດ ຮ້າຍມາບໍ່ຕ້ອງຮ້າຍຕອບ ແຕ່ຕັດອອກຈາກຊີວິດກໍພຽງພໍແລ້ວ

5.ຄົນທີ່ບໍ່ເຕືອນເຮົາໃນສີ່ງທີ່ຜິດພາດເຮົາມັກຈະດີໃຈທີ່ມີຄົນຢ້ອງເຮົາຊົມເຊີຍເຮົາ ແລະ ມັກຈະເສຍໃຈເມື່ອມີຄົນຕຳນີຕັກເຕືອນ ນີ້ຄືການປຸງແຕ່ງຄວາມຮູ້ສືກໃນໃຈເຮົາ ຊື່ງໃນບາງທີ່ມັນອາດຈະເຮັດໃຫ້ເຮົາຫລົງຕົວເອງຫຼາຍເກີນໄປ ຈະເຮັດໃຫ້ເກີດມີຂໍ້ຜິດພາດຫຼາຍໃນຊີວິດ ພະຍາມຟັງສຽງຕຳນີຕັກເຕືອນແນ່ກໍໄດ້

#ກົດແຊຣ໌ໄປເດີ້ ຂອບໃຈທີ່ມາ : # ພຣະອາຈານ ສຸລິຍາ

Leave a Reply

Your email address will not be published. Required fields are marked *

Back to top button