ຜູ້ອຳນວຍ ພະລັງງານສາກົນ ເຕືອນ ຂວ້ຳບາດພະລັງງານຣັດເຊຍ ສົ່ງຜົນກະທົບຕໍ່ເສດຖະກິດໂລກ

ຕາມຂ່າວຕ່າງປະເທດ ຜູ້ອຳນວຍການອົງການພະລັງງານສາກົນ ( IAEA ) ອອກມາເຕືອນວ່າ ໂລກກຳລັງຢູ່ໃນໄລຍະວິກິດພະລັງງານຄັ້ງທຳອິດໃນຮອບຫຼາຍທົດສະວັດ

ຫຼັງຈາກໄລຍະທົດສະວັດ 70 ໂລກປະເຊີນກັບວິກິດນ້ຳມັນ ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນ.

ຜູ້ອຳນວຍການ IAEA ກ່າວອີກວ່າ: ວິກິດການໃນຄັ້ງນັ້ນເປັນພຽງນ້ຳມັນພຽງຢ່າງດຽວ ແຕ່ໃນຄັ້ງນີ້ຈົ່ງຈຳໄວ້ວ່າ ຣັດເຊຍ ຄືຜູ້ສົ່ງອອກນ້ຳມັນ ແລະ ແກັສທຳມະຊາດອັນດັບຕົ້ນໆຂອງໂລກ.

ນອກຈາກນີ້, ຍັງເປັນປະເທດທີ່ມີວັດຖຸດິບທີ່ນຳໃຊ້ເຂົ້າໃນພາກພະລັງງານລາຍໃຫຍ່ຂອງໂລກ, ເພາະສະນັ້ນມາດຕະການຂວ້ຳບາດຕໍ່ຣັດເຊຍ ຫຼື ການຕັດສິນໃຈທາງການເມືອງໃດໆຕໍ່ ຮັດເຊຍ ຈະກໍ່ໃຫ້ເກີດຜົນລັບອັນໃຫຍ່ຫຼວງຕໍ່ຕະຫຼາດພະລັງງານໂລກ.

ຜູ້ອຳນວຍການ ໄອເອອີເອ ເຕືອນວ່າ: ມັນເປັນການເບິ່ງໂລກໃນແງ່ດີເກີນໄປ ທີ່ເຊື່ອກັນວ່າຄວາມຜັນຜວນຂອງຕະຫຼາດພະລັງງານໂລກຈະຈົບລົງໃນໄວໆນີ້

ເຊັ່ນດຽວກັບຄວາມເຊື່ອທີ່ວ່າ ລາຄານ້ຳມັນໃນຕະຫຼາດໂລກຈະຫຼຸດລົງ ແລະ ກັບມາມີສະຖຽນລະພາບຕາມປົກກະຕິໃນອະນາຄົດອັນໃກ້ນີ້.

ຊົມຄລີບ

ຂອບໃຈ: ຂ່າວເສດຖະກິດການຄ້າ/ www.laoedaily.com.la/

Leave a Reply

Your email address will not be published. Required fields are marked *

Back to top button