ແຈ້ງການຂອງລັດວິສາຫະກິດນ້ຳມັນເຊື້ອໄຟລາວ ບັນຫານ້ຳມັນຂາດປ້ຳແມ່ນຍ້ອນ…

ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ອອກແຈ້ງການ ໃນວັນທີ 9 ພຶດສະພາ 2022 ເຖິງບັນດາຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟຂອງ ລນລ ທົ່ວປະເທດ, ເລື່ອງການສະໜອງນ້ຳມັນເຊື້ອໄຟບໍ່ພຽງພໍຂອງລູກຄ້າ.

ອໍານວຍການລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈຳໜ່າຍພາຍໃນ, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງບັນດາຝ່າຕົວແທນຈໍາໜ່າຍນໍ້າມັນທົ່ວປະເທດ ທີ່ໃຫ້ຄວາມເຊື່ອໝັ້ນ ແລະ ໃຫ້ຄວາມຮ່ວມມືໃນການຊື້-ຂາຍ ນ້ຳມັນດ້ວຍດີຕະຫຼອດມາ.

ພ້ອມນີ້, ລນລ ຂໍແຈງໃຫ້ບັນດາລູກຄ້າປໍ້າຕົວແທນນ້ໍາມັນເຊື້ອໄຟລາວທົ່ວປະເທດ ໃຫ້ຊາບວ່າ ໃນຊ່ວງໄລຍະນີ້ທາງບໍລິສັດເຮົາບໍ່ມີຄວາມສາມາດຕອບສະໜອງນ້ຳມັນໃຫ້ແກ່ລູກຄ້າໄດ້ຕາມຄວາມຕ້ອງການ.

ເຫດຜົນຍ້ອນສະພາບລວມຂອງພະຍາດໂຄວິດ-19 ບວກກັບສົງຄາມຢູ່ເຄຣນ ແລະ ສະເພາະພາຍໃນປະເທດ ແມ່ນບໍ່ສາມາດແລກປ່ຽນເງິນຢູ່ທະນາຄານຂອງລັດ ຕາມອັດຕາລັດຖະບານກໍານົດໃຫ້ເພື່ອໄປຈ່າຍຊື້ນ້ຳມັນຈາກຕ່າງປະເທດ ມາບໍລິການໃຫ້ແກ່ສັງຄົມ,

ຈຶ່ງເກີດຂໍ້ຫຍຸ້ງຍາກຄືບັນດາທ່ານໄດ້ພົບພໍ້ໃນປັດຈຸບັນ, ສະນັ້ນທາງ ລນລ ເຮົາຈະຊອກຫາທຸກວິທີທາງພະຍາຍາມຫາທາງອອກໃຫ້ໄດ້ໄວເທົ່າທີ່ຈະໄວໄດ້. ດັ່ງນັ້ນ, ຈຶ່ງແຈ້ງການມາເພື່ອໃຫ້ທຸກທ່ານຊາບ ແລະ ລໍຖ້າຈົນກ່ວາທາງບໍລິສັດພວກເຮົາຈະມີນ້ຳມັນ ເພື່ອສະໝອງໃຫ້ແກ່ທ່ານ.

ດັ່ງນັ້ນ, ຈຶ່ງແຈ້ງການມາເພື່ອໃຫ້ທຸກທ່ານຊາບ ແລະ ລໍຖ້າຈົນກ່ວາທາງບໍ່ມີສັດພວກເຮົາ ຈະມີນ້ຳາມັນ » ເພື່ອສະຫນອງໃຫ້ແກ່ທ່ານ

Leave a Reply

Your email address will not be published. Required fields are marked *

Back to top button