ແຊເກັບໄວ້ດີ..ພືດນີ້ເປັນ ຢາຮັກສາ ຕຸ່ມຜື່ນຄັນ ໃນຍາມຮ້ອນ ແລະ ຍາມຝົນ ໄດ້

ໃນໄລຍະອາກາດຮ້ອນຫຼາຍຄົນອາດຈະພົບກັບຕຸ່ມຜື່ນຄັນ

ດັ່ງນັ້ນ, ເຮົາມີວິທີແກ້ຜື່ນຄັນເຫຼົ່ານັ້ນດ້ວຍສະໝຸນໄພທີ່ຫາໄດ້ງ່າຍ.

1. ເປືອກໝາກກ້ວຍ:

ສາມາດບັນເທົາອາການຜື່ນຄັນ ແລະ ອາການແສບຮ້ອນບໍລິເວນຜິວໜັງ ໂດຍໃຊ້ເປືອກທາງດ້ານໃນທາ ຫຼື ປະຄົບບໍລິເວນທີ່ເປັນຕຸ່ມໄວ້ຈະຊ່ວຍໃຫ້ອາການຄັນດີຂຶ້ນ.

2. ໝາກແຕງ:

ມີຄຸນສົມບັດໃນເລື່ອງຄວາມເຢັນເມື່ອເກີດຕຸ່ມຜື່ນຄັນໃນຍາມຮ້ອນໝາກແຕງຈະຊ່ວຍບັນເທົາຄວາມຮ້ອນ ແລະ ອາການແສບຈາກຜື່ນຄັນ. ໂດຍຊອຍໝາກແຕງບາງໆແລ້ວນຳໄປທາບໍລິເວນທີ່ເປັນຕຸ່ມຄັນ ແລະ ແສບຮ້ອນຈະຊ່ວຍບັນເທົາລົງໄດ້.

3. ໝາກຜັກໄຊ່ໃຫຍ່:

ເຊິ່ງມີສັບພະຄຸນແກ້ຜື່ນຄັນໄດ້ເປັນຢ່າງດີໂດຍນຳໝາກຜັກໄຊ່ໃຫຍ່ມາຕົ້ມແລ້ວຄັ້ນເອົານ້ຳມາທາບໍລິເວນທີ່ເປັນຕຸ່ມ ຫຼື ຈະນຳໄປຕາກແຫ້ງແລ້ວນຳມາຝົນທາເອົາກໍ່ໄດ້ເຊັ່ນດຽວກັນ.

4. ຜັກກະເດົາ:

ມີສັບພະຄຸນໃນການຕ້ານເຊື້ອພະຍາດ, ເຊື້ອຣາ ແລະ ເຊື້ອໄວຣັສບໍ່ວ່າຈະເປັນຜື່ນຄັນຈາກອາກາດຮ້ອນ, ຜື່ນຄັນທົ່ວໄປ ຫຼື ຜື່ນຄັນຈາກອາການຕ່າງໆ ພຽງແຕ່ຕົ້ມນ້ຳຜັກກະເດົາແລ້ວນຳມາທາບໍລິເວນທີ່ຄັນກໍ່ຊ່ວຍໄດ້.

5. ໝາກຍົມ:

ຮາກຂອງໝາກຍົມມີສັບພະຄຸນໃນການປິ່ນປົວພະຍາດຜິວໜັງ ແລະ ແກ້ຜື່ນຄັນໄດ້ເປັນຢ່າງດີ. ນອກນີ້, ຍັງຊ່ວຍຂັບນ້ຳຢາງເຫຼືອງໃຫ້ບາດແຜແຫ້ງໄວ້ຂຶ້ນ. ເຊິ່ງນຳຮາກໝາກຍົມມາລ້າງໃຫ້ສະອາດແລ້ວນຳມາຕົ້ມນ້ຳດື່ມເປັນປະຈຳ ຫຼື ຈະນຳມາທາບໍລິເວນທີ່ເປັນຕຸ່ມເລີຍກໍ່ໄດ້.

6. ຜັກຕຳນິນ:

ຜັກຕຳນິນເປັນຢາເຢັນ, ຊ່ວຍດັບຄວາມຮ້ອນ ແລະ ສາມາດແກ້ຕຸ່ມຜື່ນຄັນຕາມຜິວໜັງໄດ້ນຳ ໂດຍເອົາໃບຜັກຕຳນິນປະມານ 4 – 5 ໃບມາຄັ້ນເອົາແຕ່ນ້ຳແລ້ວນຳມາທາບໍລິເວນຜິວທີ່ເປັນຜື່ນຄັນ.

7. ຂີ້ມີ້ນ:

ນຳຂີ້ມີ້ນມາຝົນໃສ່ນ້ຳຕົ້ມສຸກແລ້ວໃຊ້ທາບໍລິເວນຜື່ນຄັນ ຫຼື ໃສ່ຜົງຂີ້ມີ້ນໂຮຍບໍລິເວນທີ່ມີອາການຄັນ ເຊິ່ງຂີ້ມີ້ນມີຄຸນສົມບັດໃນການຂ້າເຊື້ອພະຍາດ, ເຊື້ອຣາ ແລະ ຊ່ວຍຫຼຸດອາການອັກເສບໄດ້ພ້ອມ.

Leave a Reply

Your email address will not be published. Required fields are marked *

Back to top button